ວິສາຫະກິດແບນຊິກເພີ່ມທະວີການຮ່ວມມືແລກປ່ຽນການຄ້າກັບຫວຽດນາມ

(VOVWORLD) -ວັນທີ 3 ພຶດສະພາ, ສະຫະພັນແບນຊິກ -ຫວຽດນາມ ແລະ ອົງການການຄ້າ ລົງທຶນເຂດ Flanders ຈັດຕັ້ງການພົບປະກັບຄະນະວິສາຫະກິດແບນຊິກ ໂດຍທ່ານ Geert Bourgeois ລັດຖະມົນຕີ, ເຈົ້າຄອງເຂດ Flanders ນຳຫນ້າ ຄາດວ່າຈະມາຢ້ຽມຢາມຫວຽດນາມ ແຕ່ວັນທີ 13 - 18 ພຶດສະພາ ເພື່ອຊອກຫາຄວາມສາມາດຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ ແລະ ບັນດາກາລະໂອກາດດຳເນີນທຸລະກິດ.

ຄະນະວິສາຫະກິດແບນຊິກ ມາຢ້ຽມຢາມ ລວມມີ ນັກທຸລະກິດ 90 ຄົນ ມາຈາກ 65 ວິສາຫະກິດ. ເຂົ້າຮ່ວມການພົບປະຄະນະວິສາຫະກິດ ກ່ອນທີ່ມາຢ້ຽມຢາມຫວຽດນາມ ມີທ່ານຫວູແອງກວາງ, ເອກອັກຄະລັດຖະທູດຫວຽດນາມ ປະຈຳ ແບນຊິກ ແລະ ທ່ານ Geert Bourgeois ລັດຖະມົນຕີ, ເຈົ້າຄອງເຂດ Flanders. ການຢ້ຽມຢາມ ແມ່ນຫນຶ່ງໃນບັນດາການເຄື່ອນໄຫວສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ແບນຊິກ.

ກ່າວຄຳເຫັນທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຫວູແອງກວາງ ຕີລາຄາສູງຄວາມມານະພະຍາຍາມ   ຂອງທ່ານລັດຖະມົນຕີ, ເຈົ້າຄອງເຂດ Flanders ໃນການຍົກສູງການພົວພັນລະຫວ່າງຫວຽດນາມ ແລະ ເຂດ Flanders ໃນຊຸມປີມໍ່ໆມານີ້. ທ່ານເອກອັກຄະລັດຖະທູດ ປາດຖະຫນາວ່າ ການຢ້ຽມຢາມຄັ້ງນີ້ ຈະຊ່ວຍໃຫ້ບັນດາວິສາຫະກິດທັງສອງຝ່າຍມີຄວາມເຂົ້າໃຈກ່ຽວກັບຄວາມສາມາດບົ່ມຊ້ອນ, ກາລະໂອກາດລົງທຶນ ແລະ ການຄ້າທີ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ ກໍຄືກາລະໂອກາດເປີດກວ້າງການຮ່ວມມືສອງຝ່າຍໃນໄລຍະຈະມາເຖິງກວ່າອີກ. ສ່ວນທ່ານເຈົ້າຄອງເຂດ Flanders ໄດ້ຕີລາຄາສູງລະດັບຄວາມສຳຄັນຂອງຫວຽດນາມ ໃນການຮ່ວມມືກ່ຽວກັບເສດຖະກິດ, ການບຳລຸງສ້າງ ແລະ ບັນດາບັນຫາກ່ຽວຂ້ອງເຖິງການພົວພັນຮ່ວມມືລະຫວ່າງສອງລັດຖະບານ ພ້ອມທັງປາດຖະຫນາຢາກໃຫ້ການພົວພັນແລກປ່ຽນການຄ້າມີຄວາມດຸ່ນດ່ຽງ.

ຕອບກັບ

ຂ່າວ/ບົດ​ອື່ນ