ວິສາຫະກິດໜູນຊ່ວຍ ຊາວປະມົງຕິດພັນ ກັບທະເລ


ວິສາຫະກິດໜູນຊ່ວຍ ຊາວປະມົງຕິດພັນ ກັບທະເລ   - ảnh 1

 (ພາບປະກອບ: http://dantri.com.vn)

(vovworld) –​​​ວັນ​ທີ 17/8, ບໍລິສັດ​ໃຫ່ຍການ​ຄ້າ​ໄຊ​ງ່ອນ (SATRA) ​ໄດ້​ມອບ​ຈຳນວນ​ເງິນ 500 ລ້ານ​ດົ່ງ​ໃຫ້​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ປະມົງ​ກວາງ​ຫງ້າ​ຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ລາຍການ “​SATRA ເພື່ອທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ປີ 2014. ​ພາຍຫຼັງ​ປະຕິບັດໂຄງການ “​SATRA ເພື່ອທະ​ເລ​ໝູ່​ເກາະ​ຂອງ​ບ້ານ​ເກີດ​ເມືອງ​ນອນ“ ​ເປັນ​ເວລາ 3 ປີ, SATRA ​ໄດ້​ຂົນຂວາຍ​ການ​ບໍລິຈາກ​ເງິນ​ໄດ້​ເກືອບ 6 ຕື້​ດົ່ງ​ເພື່ອ​ຈັດຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ຄື: ກວດ, ປິ່ນປົວ​ພະຍາດ, ສະໜອງ​ຢຸດ​ຢາ​ໂດຍ​ບໍ່​ເກັບ​ຄ່າ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ຊາວ​ປະມົງ, ລູກ​ຫຼານ​ຂອງ​ເຂົາ​ເຈົ້າ 2200 ​ເທື່ອ​ຄົນ, ມອບ​ຈຳນວນ​ເງິນ 900 ຕື້​ດົ່ງ​ໃຫ້​ແກ່​ກອງ​ທຶນ​ໜູນ​ຊ່ວຍ​ຊາວ​ປະມົງ​ບັນດາ​ແຂວງ​ບິ່ງ​ດິ້ງ ​ແລະ ກວາງ​ຫງ້າ​ຍ... SATRA ​ໄດ້​ປຸກລະດົມ​ພະນັກງານ, ພາລະ​ກອນ​ສົ່ງ​ຂໍ້ຄວາມ​ສະໜັບສະໜູນ​ຊາວ​ປະມົງ; ຈັດການ​ໂອ້​ລົມ​ຄັ້ງຕ່າງໆ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ທະ​ເລ​ໝູ່​ເກາະ, ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຫວຽດນາມ..../.

ຂ່າວ/ບົດ​ອື່ນ