ວາງລະເບີດຢູ່ອີຮັກ ເຮັດໃຫ້ 80 ຄົນເສຍຊີວິດ ແລະ ຮັບບາດເຈບ

ວາງລະເບີດຢູ່ອີຮັກ ເຮັດໃຫ້ 80 ຄົນເສຍຊີວິດ ແລະ ຮັບບາດເຈບ - ảnh 1
(ພາບປະກອບ)

(vovworld) -  ວັນ​ທີ 7/9, ຢູ່​ນະຄອນ Kirkuk, ທາງ​ພາກ​ເໜືອ ອີ​ຮັກ, ​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ຫຼາຍ​ຄັ້ງ ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ ​ແລະ 70 ຄົນ​ໄດ້​ຮັບ​ບາດ​ເຈ​ບ. ​ເຫດ​ວາງ​ລະ​ເບີດ​ທຳ​ອິດ​ເກີດ​ຂຶ້ນ​ຢູ່​ເຂດ Domiz, ທາງ​ທິດ​ໃຕ້​ນະຄອນ Kirkuk. ​ໃນ​ຂະນະ​ທີ່​ຕຳ​ຫຼວດ ​ແລະ ກຳລັງ​ກູ້​ຊີບ​ລົງ​ບ່ອນ​ເກີດ​ເຫດ, ລະ​ເບີດ​ໜ່ວຍ​ທີ 2 ​ໄດ້​ລະ​ເບີດ ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີວິດ ​ແລະ 36 ຄົນ​ຮັບ​ບາດ​ເຈ​ບ. ຫຼັງ​ຈາກ​ນັ້ນ​ສອງ​ສາມ​ນາທີ, ລະ​ເບີດອື່ນ​ອີກ 3 ໜ່ວຍ​ກໍ່​ໄດ້​ລະ​ເບີດ​ຂຶ້ນ​ຢູ່​ໂບດ​ສອງ​ແຫ່ງ​ຢູ່​ໃຈກາງ​ນະຄອນ, ​ເຮັດ​ໃຫ້ 34 ຄົນ​ຖືກ​ບາດ​ເຈ​ບ.

ຂ່າວ/ບົດ​ອື່ນ