ວາງລະເບີດສະຫລະຊີບຢູ່ອາບການິສະຖານເຮັດໃຫ້ຜູ້ເສຍຊີວິດແລະບາດເຈັບນັບສີບໆຄົນ

ວາງລະເບີດສະຫລະຊີບຢູ່ອາບການິສະຖານເຮັດໃຫ້ຜູ້ເສຍຊີວິດແລະບາດເຈັບນັບສີບໆຄົນ - ảnh 1
ພາບ​ປະ​ກອບ:doisongphapluat

(vovworld)- ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ຫນ້ອຍ​ສຸດ 13 ຄົນ​ ໃນ​ນັ້ນ ​ມີສາ​ມັນ​ຊົນ 9 ຄົນ ແລະ ຕຳ​ຫລວດ 4 ຄົນ​ຍ້ອນ​ເຫດ​ວາງ​ລະ​ເບີດ​ສະ​ຫລະ​ຊີບໃສ່​ຜູ້​ບັນ​ຊາ​ການ​ຕຳ​ຫລວດ​ຢູ່​ແຂວງ Parwan ພາກ​ເຫ​ນືອ ອາບ​ກາ​ນິ​ສະ​ຖານ ເມື່ອ​ວັນ​ທີ 22/2. ຕາມ ນາຍ​ພົນ Zaman Mamozai, ຫົວ​ຫນ້າ​ຕຳ​ຫລວດ​ແຂວງ Parwan ແລ້ວ, ເຫດ​ບຸກ​ໂຈມ​ຕີ​ສະ​ຫລະ​ຊີບ​ດັ່ງ​ກ່າວ​ເກີດ​ຂຶ້ນ​ຢູ່​ສະ​ຖານ​ທີ່​ໃກ້​ກັບ​ຫ້ອງກວດ​ພະ​ຍາດ​ແຫ່ງ​ຫນຶ່ງ ແລະ ຕະ​ຫລາດ​ທີ່​ຄັບ​ຄາ​ຫນາ​ແຫນ້ນ. ຜູ້​ບັນ​ຊາ​ການ​ຕຳ​ຫລວດ ແລະ ຜູ້​ວາງ​ລະ​ເບີດ ລ້ວນ​ແຕ່​ຖືກ​ບາດ​ເຈັບ. ໃນ​ຈົດ​ໝາຍ​ສະ​ບັບ​ຫນຶ່ງ​ສົ່ງ​ເຖິງ​ສື່​ສານ, ພວກ​ກະ​ບົດ Taliban ໄດ້​ຍອມຮັບ​​ວ່າດຳ​ເນີນ​ການ​ບຸກ​ໂຈມ​ຕີ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ