ວາງລະເປິດຢ່າງລຽນຕິດຢູ່ອີຣັກ,ກ່ວາ100ຄົນເສຍຊີວິດແລະຮັບບາດເຈັບ
ສະຖານທີ່ເກີດເຫດຢູ່ເມືອງ Karrada
(ພາບ: AFP/TTXVN)
(vovworld) - ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ແລະ ສາທາລະນະສຸກ ອີຣັກ ໄດ້ປະກາດວ່າວັນທີ 13/5 ໄດ້ເກີດບັນດາເຫດວາງລະເບີດຢູ່ເຂດທີ່ມີຊາວອິດສະລາມ ນິກາຍ Shiite ເປັນຈຳນວນຫຼາຍ, ທີ່ດຳລົງຊີວິດຢູ່ນະຄອນຫຼວງ ແບດແດດ, ເຮັດໃຫ້ຢ່າງໜ້ອຍສຸດມີກ່ວາ 25 ຄົນເສຍຊີວິດ ແລະ ກ່ວາ 80 ຄົນຖືກຮັບບາດເຈັບ. ນີ້ແມ່ນບັນດາການບຸກໂຈມຕີທີ່ນອງເລືອດຄັ້ງທຳອິດທີ່ໃສ່ນະຄອນຫຼວງ ແບດແດດ ນັບແຕ່ພາຍຫຼັງການເລືອກຕັ້ງທົ່ວປະເທດໃນວັນທີ 30/4. ປະຈຸບັນ, ບໍ່ທັນມີອົງການໃດກ່າວຮັບຜິດຊອບດຳເນີນການບຸກໂຈມຕີດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະຜ່ານມາ, ບັນດາກຸ່ມທີ່ກ່ຽວຂ້ອງເຖິງເຄືອຂ່າຍກໍ່ການຮ້າຍ Al Qaeda ແລະ ບັນດາມືປືນຊາວ Sunni ເຄີຍຖືກກ່າວຫາໄດ້ປະຕິບັດການວາງລະເບີດສະຫຼະຊີບ ແລະ ວາງລະເບີດລົດໂອໂຕໃນບັນດາເຂດສາທາລະນະ ແລະ ສຳນັກງານອຳນາດການປົກຄອງເພື່ອທຳລາຍອິດທິພົນຊື່ສຽງຂອງລັດຖະບານໂດຍຊາວ Shiite ນຳພາ.