ວາງແຜນພັດທະນາເຂດ ເສດຖະກິດຈຸດສຸມທາງ ພາກກາງຫວຽດນາມ


ວາງແຜນພັດທະນາເຂດ ເສດຖະກິດຈຸດສຸມທາງ ພາກກາງຫວຽດນາມ - ảnh 1

ເຂດເສດຖະກິດຈຸດສຸມທາງພາກກາງຫວຽດນາມໄດ້ຮັບບຸລິມະສິດ

ອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າວັດທະນະທຳ

(ພາບ: http://baodientu.chinhphu.vn)

(vovworld)- ​ ທ່ານ​ນາຍົກລັດຖະມົນຕີຫາກໍເຊັນ​ອະນຸມັດການວາງ​​ແຜ​ນສັງ​ລວມພັດ ທະນາ​ວັດທະນະທຳ, ຄອບຄົວ, ກິລາກາ​ຍະ​ກຳ ​ແລະ ທ່ອງ​ທ່ຽວເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ກາງ​ຫວຽດນາມ (​ເຂດ) ຮອດ​ປີ 2020, ວິ​ໄສ​ທັດ​ຮອດ​ປີ 2030. ຕາມ​ນັ້ນ​ແລ້ວ, 5 ​ແຂວງ​ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ຈະ​ພັດທະນາ​ວັດທະນະທຳຕາມ​ທິດ​ຮອບດ້ານ, ກ້າວໜ້າ, ​ເຂັ້ມຂົ້ນ​ໄປ​ດ້ວຍ​ສີ​ສັນຊາດ; ພັດທະນາ​ກິລາ​ກະ​ຍະ​ກຳ​ມະຫາຊົນເລິກ​ເຊິ່ງ ກ້ວາງ​ຂວາງ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ; ພັດທະນາ​ການທ່ອງ ທ່ຽວຕາມ​ທິດອາຊີບ, ທັນ​ສະ​ໄໝ, ສ້າງ​ບັນດາ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ເຂດ​ໝູ່​ເກາະ​ທະ​ເລ ​ແລະ ທ່ອງ​ທ່ຽວ​ມໍລະດົກ. ​ໃນ​ນັ້ນນະຄອນ​ດ່າ​ນັງ ​ແລະ ນະຄ​ອນ​ເຫ້ວ ຈະ​ໄດ້​ຮັບ​ການ​ພັດທະນາ​ກາຍ​ເປັນ​ສູນວັດທະນະທຳ, ສິລະ​ປະ, ຄົ້ນຄ້ວາ​ວິທະຍາສາດ ​ແລະ ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ​ວັດທະນະທຳ​ສິລະ​ປະ ​ແລະ ​ຄອບ​ຄົວ​ໃຫ້​ແກ່​ເຂດ ພາກ​ກາງ ​ແລະ ​ໄຕ​ງວຽນ. ກ່ຽວ​ກັບ​ການທ່ອງທ່ຽວ, ພັດທະນາເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ກາງ ກາຍ​ເປັນ​ສູນ​ທ່ອງ​ທ່ຽວ​ໃຫ່ຍຂອງ​ທົ່ວ​ປະ​ເທດ, ມີ​ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ, ມີ​ລະດັບ​ແກ້ງ​ແຍ່ງ​ສູງ, ນອກຈາກນັ້ນ, ​ເຂດ​ຈະ​ສຸ​​ມໃສ່​ພັດ​ທະ​ນາ​ກຸ່ມຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະຄື: ທ່ອງ​ທ່ຽວ​ມໍລະ ດົກ, ທ່ອງ​ທ່ຽວ​ເຂດ​ທະ​ເລ​ໝູ່​ເກາະ, ​ໃນ​ນັ້ນບຸລິມະສິດ​ພັດທະນາຜະລິດ​ຕະພັນ​ທ່ອງ​ທ່ຽວ​ຕົວ​ເມືອງ​ຕິດ​ພັນ​ກັບ​ເຫດການ, ງານ​ບຸນ, ທ່ອງ​ທ່ຽວ​ວັດທະນະທຳ​ປະຫວັດສາດ, ທ່ອງ​ທ່ຽວ​ຈິດວີນຍານ, ທ່ອງ​ທ່ຽວ​ຊີວະ​ພາບ​ທະ​ເລ…./.

ຂ່າວ/ບົດ​ອື່ນ