ວາດ​ພາບ​ທາງ​ອອນ​ໄລ​ກ່ຽວ​ກັບ​ການ​ເດີນ​ທະ​ເລຂອງ​ກ່ຳ​ປັ່ນ​ບໍ່​ມີ​ເລກ​ໝາຍ

(VOVWORLD) -ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໂດຍສູນກາງຄະນະຊາວໜຸ່ມນະຄອນ ຫ໋າຍຝ່ອງ ແລະ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັນຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນເກີດເສັ້ນທາງໂຮ່ຈີມິນຢູ່ທະເລ (23 ຕຸລາ 1961 – 23 ຕຸລາ 2021), ດ້ວຍຫົວຂໍ້ “60 ປີ - ເທບນິຍາຍເສັ້ນທາງໂຮ່ຈີມິນຢູ່ທະເລ”.
ວາດ​ພາບ​ທາງ​ອອນ​ໄລ​ກ່ຽວ​ກັບ​ການ​ເດີນ​ທະ​ເລຂອງ​ກ່ຳ​ປັ່ນ​ບໍ່​ມີ​ເລກ​ໝາຍ - ảnh 1ພາບປະກອບ
 

ໃນເວັບໄຊ http://doantaukhongso.vn/ , ການເດີນທະເລທາງອອນໄລ ທີ່ມີຊື່ວ່າ “ເດີນຕາມຮ່ອງຮອຍເສັ້ນທາງໂຮ່ຈີມິນໃນທະເລ” ຈະວາດພາບເຖິງການເດີນທະເລຕົວຈິງຂອງ ກ່ຳປັ່ນ “ບໍ່ມີເລກໝາຍ” ບົນເສັ້ນທາງ ໂຮ່ຈີມິນຢູ່ທະເລ. ເມື່ອເຂົ້າ ເວັບໄຊ, ຜູ້ຊົມຈະໄດ້ຮັບຂໍ້ມູນ, ຮູບພາບກ່ຽວກັບບັນດາສະຖານທີ່ຕ່າງໆ ໂດຍແມ່ນສະຖານທີ່ເຂົ້າທຽບທ່າຂອງກ່ຳປັ່ນບໍ່ມີ ເລກໝາຍໃນ 14 ປີແຫ່ງການປະຕິບັດໜ້າທີ່ໜູນຊ່ວຍໃຫ້ແກ່ສະໜາມຮົບທາງພາກໃຕ້ (ແຕ່ປີ 1961 - 1975). ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວໂດຍສູນກາງຄະນະຊາວໜຸ່ມນະຄອນ ຫ໋າຍຝ່ອງ ແລະ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັນຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນເກີດເສັ້ນທາງໂຮ່ຈີມິນຢູ່ທະເລ (23 ຕຸລາ 1961 – 23 ຕຸລາ 2021), ດ້ວຍຫົວຂໍ້ “60 ປີ - ເທບນິຍາຍເສັ້ນທາງໂຮ່ຈີມິນຢູ່ທະເລ”.

ໃນເວັບໄຊນີ້, ຈະມີການປະກວດອອກແບບ Infographic, ຜະລິດວີດີໂອເຄຼີບ ແລະ ການປະກວດແບບປາລະໄນກ່ຽວກັບເສັ້ນທາງໂຮ່ຈີມິນຢູ່ທະເລ, ບັນດາວິລະກຳຂອງບັນດານັກຮົບກ່ຳປັ່ນບໍ່ມີເລກໝາຍ, ເຫດການການເມືອງຂອງ, ກອງທັບເຮືອປະຊາຊົນ ຫວຽດນາມ, ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນ, ການເຄື່ອນໄຫວໜູນຊ່ວຍສັງຄົມຢູ່ບັນດາທ້ອງຖິ່ນທີ່ມີຮ່ອງຮອຍຖານທີ່ໝັ້ນ, ທ່າກ່ຳປັ່ນຂອງ ເສັ້ນທາງໂຮ່ຈີມິນຢູ່ທະເລ… ກໍ່ໄດ້ຮັບການຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ