(VOVWORLD) - ລັດຖະບານກໍ່ເອົາໃຈໃສ່ເຖິງວຽກງານສ້າງກົດໝາຍຫຼາຍກ່ວາ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ຈັດຕັ້ງວາລະປະຊຸມຫົວເລື່ອງສະເພາະຮັບເອົາຄວາມເຫັນຫຼາຍຄັ້ງ
ໂດຍສືບຕໍ່ລາຍການເຮັດວຽກ, ວັນທີ 13 ກັນຍາ, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງສະພາແຫ່ງຊາດ.
ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ຖືວ່າ ໃນ 5 ປີຜ່ານມາ, ນັບແຕ່ພາຍຫຼັງປະກາດໃຊ້ລັດຖະທຳມະນູນປີ 2013, ລະບົບກົດໝາຍໄດ້ຮັບການປະກາດໃຊ້ຢ່າງທັນການໂດຍພື້ນຖານ. ລັດຖະບານກໍ່ເອົາໃຈໃສ່ເຖິງວຽກງານສ້າງກົດໝາຍຫຼາຍກ່ວາ, ຖືນີ້ແມ່ນໜ້າທີ່ຈຸດສຸມ, ຈັດຕັ້ງວາລະປະຊຸມຫົວເລື່ອງສະເພາະຮັບເອົາຄວາມເຫັນຫຼາຍຄັ້ງ ແລະ ໄດ້ມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ.
ກ່ຽວກັບບັນຫານີ້, ທ່ານຮອງປະທານສະພາແຫ່ງຊາດ ຝູ່ງກວັກຫຽນ ຖືວ່າ, ຕ້ອງຮັບປະກັນລັກສະນະເປັນເອກະພາບຂອງລະບົບກົດໝາຍ.