ວາລະປະຊຸມຄັ້ງທີ 43 ຂອງຄະນະກຳມະການປະສົມຄະນະກຳມາທິການແມ່ນຳ້ຂອງສາກົນ
(ພາບປະກອບ)
(vovworld) – ວາລະປະຊຸມຄັ້ງທີ 43 ຂອງຄະນະກຳມະການປະສົມຄະນະກຳມາທິການແມ່ນຳ້ຂອງສາກົນ ຖືກດຳເນີນໃນລະຫວ່າງວັນທີ 15 – 17/03, ຢູ່ເກີນເທີ, ດ້ວຍການເຂົ້າຮ່ວມຂອງບັນດາປະເທດຄື: ກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ. ທີ່ວາລະປະຊຸມ, ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາກ່ຽວຂ້ອງເຖິງການເຄື່ອນໄຫວຂອງຄະນະກຳມາທິການ ເພື່ອແນໃສ່ມຸ່ງໄປເຖິງການເປັນເຈົ້າການດ້ານການເງິນດ້ວຍຕົນເອງໃນປີ 2030 ລວມທັງການປັບປຸງໂຄງປະກອບ, ການເງິນ, ບຸກຄະລາກອນ ແລະ ບັນດາບັນຫາກ່ຽວກັບການນຳໃຊ້ແຫຼ່ງນ້ຳ ເຊິ່ງບັນດາປະເທດສະມາຊິກມີຄວາມສົນໃຈ. ເຂົ້າຮ່ວມວາລະປະຊຸມ, ຄະນະຜູ້ແທນຫວຽດນາມ ເນັ້ນໜັກວ່າ, ສະພາບການແຫ້ງແລ້ງ ແລະ ນ້ຳທະເລຊຶມເຂົ້າໄດ້ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ນັບລ້ານຄົນ; ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດສະມາຊິກຄະນະກຳມາທິການຮ່ວມມື ແລະ ປະສານງານໃນການລະບາຍນ້ຳໃນບັນດາເຂື່ອນໄຟຟ້ານ້ຳຕົກສາຂາຂອງແມ່ນ້ຳ ແລະ ມີປະສິດທິຜົນບັນດາມາດຕະການນຳໃຊ້ແຫຼ່ງນ້ຳຢ່າງເໝາະສົມ ແລະ ມີໃນສະພາບແຫ້ງແລ້ງຄືປະຈຸບັນ. ຫວຽດນາມ ກໍສະແດງຄວາມວິຕົກກັງວົນ ແລະ ສະເໜີໄທ ສະໜອງຂໍ້ມູນລະອຽດກ່ຽວກັບໂຄງການສົ່ງນ້ຳຈາກ ຫ້ວຍຫຼວງ ເຊິ່ງແມ່ນສາຂາໜຶ່ງຂອງແມ່ນຳ້ຂອງ ເພື່ອນຳໃຊ້ໃຫ້ກະສິກຳ. ຝ່າຍໄທ ຫາກໍໃຫ້ຮູ້ວ່າ, ໂຄງການພວມຢູ່ໃນວິວັດການຄົ້ນຄວ້າ ແລະ ໃຫ້ຄຳໝັ້ນສັນຍາຈະສະໜອງຂໍ້ມູນໂດຍໄວ.