ວາລະປະຊຸມຄົບຄະນະ ຄັ້ງທີ 11 ຂອງກຳມາ ທິການເສດຖະກິດ ຂອງສະພາແຫ່ງຊາດ
ວາລະປະຊຸມຄົບຄະນະຄັ້ງທີ 11
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 28/9, ຢູ່ແຂວງນິງບິ່ງ, ກຳມາທິການເສດຖະກິດຂອງສະພາແຫ່ງຊາດ ໄດ້ຈັດວາລະປະຊຸມຄົບຄະນະຄັ້ງທີ 11 ເພື່ອແນໃສ່ພິຈາລະນາ, ກວດກາບົດລາຍງານຂອງລັດຖະບານ ໃນການຕີລາຄາໝາກຜົນແຫ່ງການປະຕິບັດແຜນການພັດທະ ນາເສດຖະກິດ-ສັງຄົມປີ 2014; ທິດທາງ, ໜ້າທີ, ແຜນການພັດທະນາເສດຖະກິດ-ສັງຄົມປີ 2015 ແລະ ຕີລາຄາ 4 ປີແຫ່ງການປະຕິບັດແຜນການ 5 ປີ (2011-2015) ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ລົງທຶນ ຫງວຽນຈິ໋ຢຸ້ງ ໃຫ້ຮູ້ວ່າ: ເສດຖະກິດ-ສັງຄົມ ໃນ 9 ເດືອນຂອງປີ 2014 ສືບຕໍ່ຫັນປ່ຽນຢ່າງຕັ້ງໜ້າໃນທຸກຂະແໜງການ, ຂົງເຂດ. ລະດັບເຕີບໂຕເສດຖະກິດບັນລຸໄດ້ 5,54%, ສູງກ່ວາເມື່ອທຽບກັບງວດດຽວກັນຂອງປີ 2013 (5,14%). ການສ້າງໂຄງປະກອບເສດຖະກິດຄືນໃໝ່ດ້ວຍຈຸດສຸມແມ່ນສ້າງໂຄງປະກອບການລົງທຶນລັດຄືນໃໝ່, ສ້າງໂຄງປະກອບບັນດາທະນາຄານການຄ້າ, ສ້າງໂຄງປະກອບ ລັດວິສາຫະກິດຄືນໃໝ່ ບັນລຸໄດ້ບັນດາໝາກຜົນທີ່ຕັ້ງໜ້າ. ບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ສ້າງວຽກເຮັດງານທຳ, ການກໍ່ສ້າງຊົນນະບົດໃໝ່, ສົ່ງເສີມສຸຂະພາບປະຊາຊົນໄດ້ປະຕິບັດເປັນຢ່າງດີ. ຕາມທ່ານຮອງລັດຖະມົນຕີ ຫງວຽນຈິ໋ຢຸ້ງ, ຈຸດໝາຍພັດທະນາເສດຖະກິດ-ສັງຄົມປີ 2015 ແມ່ນສືບຕໍ່ຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຍູ້ແຮງການປະຕິບັດບຸກທະລຸຍຸດທະສາດ, ສ້າງໂຄງປະກອບເສດຖະກິດຄືນໃໝ່. ລະອຽດຄື: ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນປະມານ 6,2%, ຍອດວົງເງິນສົ່ງອອກເພີ່ມຂຶ້ນປະມານ 10% ເມື່ອ ທຽບກັບປີ 2014.
ກ່ຽວກັບບັນດາດັດຊະນີເສດຖະກິດ-ສັງຄົມ ໃນໄລຍະຈະມາເຖິງ, ທ່ານຮອງຫົວໜ້າຄະນະເສດຖະກິດສູນກາງ ຟ້າມຊວນເດືອງ ປະກອບຄຳເຫັນວ່າ: ລັດຖະບານຕ້ອງສຸມໃສ່ບັນດາຂະແໜງອຸດສາຫະກຳພື້ນຖານຄື: ອຸດສາຫະກຳຜະລິດ, ວັດສະດຸ… ກ່ຽວກັບດ້ານກະສິກຳ, ຕ້ອງເອົາໃຈໃສ່ເປັນພິເສດເຖິງຂົງເຂດປຸງແຕ່ງ ແລະ ຮັກສາ.