ວາລະປະຊຸມຄົບຄະນະຄັ້ງທີ21ຂອງກຳມາທິການຍຸຕິທຳ
(ພາບປະກອບ: TTXVN)
(vovworld) – ວາລະປະຊຸມກະກຽມບັນດາເນື້ອໃນຂອງຄະນະປະຈຳສະພາແຫ່ງຊາດ ຈະດຳເນີນໄປໃນເດືອນ 09 ນີ້ ແລະ ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມ ຊຸດທີ 13, ຖືກໄຂຂຶ້ນໃນຕອນເຊົ້າວັນທີ 09/09, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຫົວໜ້າກຳມາທິການຍຸຕິທຳ ຫງວຽນວັນຮ້ຽນ, ໃຫ້ຮູ້ວ່າ, ຄະນະກຳມະາທິການຍຸຕິທຳ ຈະກວດກາບັນດາເນື້ອໃນຄື: ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນ ຕ້ານການລະເມີດກົດໝາຍ ແລະ ອາດຊະຍາກຳ ປີ 2015; ບົດລາຍງານຂອງຫົວໜ້າສະຖານບັນໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດ ກ່ຽວກັບວຽກງານຂອງຂະແໜງ ແລະ ບົດລາຍງານກ່ຽວກັບການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງຂະແໜງໃນປີ 2015; ບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດຄຳຕັດສິນຂອງສານ, ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2015…