ວາລະປະຊຸມຄະນະກຳມະການອາຊຽນຢູ່ອາເມລິກາປຶກສາຫາລືບັນດາບັນຫາກ່ຽວກັບການພັດທະນາສາຍພົວພັນອາຊຽນ-ອາເມລິກາ

ວາລະປະຊຸມຄະນະກຳມະການອາຊຽນຢູ່ອາເມລິກາປຶກສາຫາລືບັນດາບັນຫາກ່ຽວກັບການພັດທະນາສາຍພົວພັນອາຊຽນ-ອາເມລິກາ - ảnh 1
ທ່ານ ຟ້າ​ມກວາງ​ວີ​ງ ​ເອກ​ອັກຄະ​ລັດຖະທູດ
ຫວຽດນາມ ປະຈຳ ອາ​ເມ​ລິ​ກາ
(ພາບ: TTXVN)

(vovworld) - ວາລະ​ປະຊຸມ​ມັດສາ​ມັນ​ຂອງ​ຄະນະ​ກຳມະການສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ) ຢູ່ ວໍ​ຊິງ​ຕັນ (ACW) ຖືກ​ດຳ​ເນີນ​ໃນ​ວັນ​ທີ 22/03, ​ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ ຟ້າ​ມກວາງ​ວີ​ງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ. ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ມີ​ເອກ​ອັກ​ຄະ​ລັດຖະທູດ, ຜູ້​ຕາງ​ໜ້າສະຖານທູດ 10 ປະ​ເທດ ອາ​ຊຽນ ​ແລະ ​ເຈົ້າ​ໜ້າ​ທີ່​ການ​ທູດ ອາ​ເມ​ລິ​ກາ ບາງ​ທ່ານ. ວາລະ​ປະຊຸມ​ສຸມ​ໃສ່​ປຶກສາ​ຫາລືການ​ຜັນ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ຢູ່​ກອງ​ປະຊຸມ​ຂັ້ນ​ສູງ ອາ​ຊຽນ - ອາ​ເມ​ລິ​ກາ ຢູ່ Sunnylands (ຄາລີຟໍ​ເນຍ, ອາ​ເມ​ລິ​ກາ), ກອງ​ປະຊຸມ​ວົງແຄບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ຢູ່​ວຽງ​ຈັນປະ​ເທດ ລາວ ​ແລະ ບາງ​ບັນຫາ​ສາກົນ, ພາກ​ພື້ນທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່າວ​ຄຳ​ເຫັນ​ທີ່​ວາລະ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມກວາງ​ວີ​ງ ຖື​ວ່າ: ອາ​ຊຽນ ​ແລະ ອາ​ເມ​ລິ​ກາ ຄວນ​ສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ, ຮັບປະກັນ​ການ​ພົວພັນ​ສືບ​ຕໍ່​ພັດທະນາ​ຢ່າງ​ເລິກ​​ເຊິ່ງກ້ວາງ​ຂວາງ​ສຳລັບ​ບັນດາ​ອຳນາດ​ການ​ປົກຄອງ ອາ​ເມ​ລິ​ກາ ສະ​ໄໝຕໍ່​ໄປ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ຄວາມ​ໝັ້ນຄົງປອດ​ໄພ ​ແລະ ສິດ​ເສລີ​ໃນ​ການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ເອກ​ອັກຄະ​ລັດຖະທູດສະ​ເໜີ​ຝ່າຍ​ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ໜູນ​ຊ່ວຍ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ຍິ່ງກ່ວາ​ອີກ; ຊຸກຍູ້​ຜັນ​ຂະຫຍາຍ​ຂໍ້​ລິ​ເລີ່ມ​ເຊື່ອມ​ຈອດ ອາ​ຊຽນ - ອາ​ເມ​ລິ​ກາ ​​ໃນ​ຕົວ​ຈິງ​ຊຶ່ງໄດ້​ຍົກ​ອອກ​ຢູ່​ກອງ​ປະຊຸມ​ຂັ້ນ​ສູງ Sunnylands, ​ໃນ​ນັ້ນ​ໜູນ​ຊ່ວຍການ​ປະ​ດິດຄິດສ້າງ ​ແລະ ວິ​ສາ​ຫະກິດ​ເລີ່​ມປະກອບ​ອາຊີບ; ສະ​ເໜີ​ສະຖານທູດ​ຕ່າງໆ ສືບ​ຕໍ່​ແລກ​ປ່ຽນ, ຈັດ​ຕັ້ງ​ບັນດາ​ກອງ​ປະຊຸມ​ສຳ​ມະ​ນາ, ​ເຫດການ​ໂຄສະນາ​ປະຊາ​ຄົມ​ເສດຖະກິດ ຢູ່ ອາ​ເມ​ລິ​ກາ.

        ກ່ຽວ​ກັບ​ຝ່າຍ​ອາ​ເມ​ລິ​ກາ, ທ່ານ Daniel Russel ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຢືນຢັນ​ວ່າ: ອາ​ເມ​ລິ​ກາ ຕັດສິນ​ໃຈ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອາ​ຊຽນ ຍິ່ງກ່ວາ​ອີກ​, ສະໜັບສະໜູນ ອາ​ຊຽນ ສ້າງ​ປະຊາ​ຄົມ ​ແລະ ບົດບາດ​ເປັນ​ໃຈກາງ​ຂອງ ອາ​ຊຽນ ​ໃນ​ບັນດາ​ບັນຫາ​ຢູ່​ພາກ​ພື້ນ. ທ່ານ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຕໍ່​ບັນດາ​ການ​ຜັນ​​ແປ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ແບ່ງປັນ​ທັດສະນະ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາຫຼີ.



ຂ່າວ/ບົດ​ອື່ນ