ວາລະປະຊຸມສະໄໝສາມັນປະຈຳເດືອນ ມິຖຸນາ 2021 ຂອງລັດຖະບານ

(VOVWORLD) -ວາລະປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ສະພາບການເສດຖະກິດ-ສັງຄົມໄລຍະ 6 ເດືອນຕົ້ນປີ, ທິດທາງ, ໜ້າທີ່, ມາດຕະການແກ້ໄຂໃນໄລຍະ 6 ເດືອນທ້າຍປີ 2021
ວາລະປະຊຸມສະໄໝສາມັນປະຈຳເດືອນ ມິຖຸນາ 2021 ຂອງລັດຖະບານ - ảnh 1ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອັກຢຸງ ການປະຊຸມຖະແຫຼງຂ່າວ
(ພາບ: VTC)

ວັນທີ 01 ກໍລະກົດ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ, ລັດຖະບານໄດ້ຈັດວາລະປະຊຸມສະໄໝສາມັນປະຈຳເດືອນ ມິຖຸນາ 2021. ວາລະປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາເນື້ອໃນຄື: ສະພາບການເສດຖະກິດ-ສັງຄົມໄລຍະ 6 ເດືອນຕົ້ນປີ, ທິດທາງ, ໜ້າທີ່, ມາດຕະການແກ້ໄຂໃນໄລຍະ 6 ເດືອນທ້າຍປີ 2021; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດທີ່ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ບາງບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວຂອງວິສາຫະກິດ…

        ທີ່ວາລະປະຊຸມ, ບັນດາສະມາຊິກລັດຖະບານຢືນຢັນວ່າ ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ໃນໄລຍະ 6 ເດືອນຕົ້ນປີ, ໂດຍສະເພາະແມ່ນການເຕີບໂຕ GDP ໄດ້ສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງໃຫຍ່ຫຼວງຂອງທັງລະບົບການເມືອງ, ທົ່ວກອງທັບ, ປະຊາຊົນທຸກຊັ້ນວັນນະ ໃນສະພາບໂລກລະບາດມີການຜັນແປຢ່າງສັບສົນ. ຂະແໜງກະສິກຳບັນລຸການເຕີບໂຕສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ, ອຸດສາຫະກຳກໍ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ແກ່ການເຕີບໂຕ…

        ກ່ຽວກັບຍຸດທະສາດວັກຊິນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ: ການທູດວັກຊິນ ແລະ ການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ຮັບການປະຕິບັດຢ່າງຕັ້ງໜ້າ, ຂ້ຽວຂາດ. ຍຸດທະສາດວັກຊິນບັນລຸປະສິດທິຜົນເປັນເທື່ອລະກ້າວ, ຖືກຕ້ອງ ແລະ ທັນການ.

        ທີ່ການປະຊຸມຖະແຫຼງຂ່າວພາຍຫຼັງວາລະປະຊຸມດັ່ງກ່າວ, ຕອນບ່າຍວັນທີ 01 ກໍລະກົດ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອັກຢຸງ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີໄດ້ເຊັນມະຕິກ່ຽວກັບບ້ວງເງິນໜູນຊ່ວຍທີ່ມີໝູນຄ່າ 26.000 ຕື້ດົ່ງສະຫງວນໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19. ຕາມນັ້ນແລ້ວ, ຈະມີ11 ລ້ານຄົນໄດ້ຮັບການໜູນຊ່ວຍໃນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ