ວຽກງານຂົນຂວາຍປະຊາຊົນໃນກອງທັບຍາມໃດກໍ່ “ສັດຊື່, ແທດຈິງ”

(VOVWORLD) -ຕອນບ່າຍວັນທີ 07 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກວດກາຂອງຄະນະຊີ້ນຳສູນກາງສະຫຼຸບມະຕິກ່ຽວກັບວຽກງານຂົນຂວາຍປະຊາຊົນ ໂດຍທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເປັນຫົວໜ້າຄະນະ, ໄດ້ມີການເຮັດວຽກກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ (ກະຊວງປ້ອງກັນປະເທດ).

ວຽກງານຂົນຂວາຍປະຊາຊົນໃນກອງທັບຍາມໃດກໍ່ “ສັດຊື່, ແທດຈິງ” - ảnh 1ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ

ເຮັດວຽກກັບກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ 

(ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາງ ເຈືອງທິມາຍ ຢືນຢັນວ່າ, ເລື່ອງເສີມຂະຫຍາຍສິດເປັນເຈົ້າ ແລະ ເອົາໃຈໃສ່ເຖິງຜົນປະໂຫຍດແທດຈິງຂອງປະຊາຊົນ ແມ່ນກຳລັງໜູນຊຸກຍູ້ບັນດາຂະບວນການໃນມະຫາຊົນ. ວຽກງານຂົນຂວາຍໃນກອງທັບ ຍາມໃດກໍ່ໄດ້ຮັບການປະຕິບັດບົນພື້ນຖານ “ສັດຊື່, ແທດຈິງ”, ເຊິ່ງພັກ, ລັດ ແລະ ປະຊາຊົນຮັບຮູ້.

      ຕາມທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ເຈືອງທິມາຍ ແລ້ວ, ວຽກງານຂົນຂວາຍ ຕ້ອງຕິດພັນກັບການກໍ່ສ້າງພັກ, ລັດ ໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ; ນີ້ແມ່ນໜ້າທີ່ຂອງທັງລະບົບການເມືອງ, ທັດສະນະລຸລ່ວງຄວນໄດ້ຮັບການຮັບຮູ້ ແລະ ປະຕິບັດຢ່າງເຖິງຖອງ. ໃນໄລຍະຈະມາເຖິງ, ທ່ານນາງ ເຈືອງທິມາຍ ສະເໜີໃຫ້ບັນດາກົມກອງໃນກອງທັບສືບຕໍ່ໂຄສະນາ, ສຶກສາຍົກສູງຄວາມຮັບຮູ້ໃຫ້ພະນັກງານ, ນັກຮົບກ່ຽວກັບທີ່ຕັ້ງ, ບົດບາດວຽກງານຂົນຂວາຍປະຊາຊົນ, ຍູ້ແຮງຂະບວນການແຂ່ງຂັນ, ປະກອບສ່ວນກໍ່ສ້າງພັກ ແລະ ລະບົບການເມືອງຢູ່ຂັ້ນຮາກຖານ.

ຕອບກັບ

ຂ່າວ/ບົດ​ອື່ນ