ວຽກງານແຂ່ງຂັນຂອງຂະແໜງການທູດຕ້ອງຕິດພັນຢ່າງສະໜິດແໜ້ນກັບໜ້າທີ່ການເມືອງການຕ່າງປະເທດ

ວຽກງານແຂ່ງຂັນຂອງຂະແໜງການທູດຕ້ອງຕິດພັນຢ່າງສະໜິດແໜ້ນກັບໜ້າທີ່ການເມືອງການຕ່າງປະເທດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ສະ​ພາ​ແຂ່ງ
​ຂັນຍ້ອງ​ຍໍ​ສູນ​ກາງ ຫງວຽນ​ເຕິ້ນ​ຢູງ
(ພາບ: TTXVN)

(vovworld) - ຕອນ​ເຊົ້າ ວັນ​ທີ 27/10 ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ປະ​ທານ​ສະ​ພາ​ແຂ່ງ​ຂັນຍ້ອງ​ຍໍ​ສູນ​ກາງ ຫງວຽນ​ເຕິ້ນ​ຢູງ, ​ໄດ້ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ຂະ​ແໜງ​ການ​ທູດ ໄລ​ຍະ​ 2011-2015. ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້, ຂະ​ແໜງ​ການ​ທູດ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ທິດ​ທາງ​ໃຫຍ່ ແລະ ໜ້າ​ທີ່​ສຳ​ຄັນ 5 ປີ​ຈະ​ມາ​ເຖິງ, ໃນ​ນັ້ນ​ມີ​ ເລື່ອງ​ສືບ​ຕໍ່​ປຸກ​ລະ​ດົມ, ຈັດ​ຕັ້ງ​ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ໃຫ້​ດີ​ ເພື່ອ​ໃຫ້​ສ​ຳ​ເລັດ​ບັນ​ດາ​ໜ້າ​ທີ່​​ເຊິ່ງພັກ ລັດ​ມອບ​ໝາຍ​ໃຫ້. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວ​ຽນ​ເຕິ້ນ​ຢູງ ຊີ້​ແຈ້ງວ່າ:

        “ວຽກ​ງານ​ແຂ່ງ​ຂັນ​ຕ້ອງ​ຕິດ​ພັນ​ສະ​​ໜິດ​ແໜ້​ນ​ກັບ ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ການ​ຕ່າງ​ປະ​ເທດ​​ທີ່ໄດ້​ຮັບ​ການມອບ​ໝາຍ​​ໃຫ້ດີ​ທີ່​ສຸດ, ທັງ​ໝົດ​ແມ່ນເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະ ​ເພື່ອພາ​ລະ​ກິດ​ສ້າງ​ສາ ແລະ​ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັ​ບ​ສາ​ກົນ​ຕ້ອງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ສຳ​ຄັນ ​ປະ​ຕິ​ບັດສຳ​ເລັດ​ໜ້າ​ທີ່ແຖວ​ໜ້າ ​​ແມ່ນຮັກ​ສາ​ສະ​ພາບ​ແວດ​ລ້ອມ​ສັນ​ຕິ​ຕ​ພາບ, ສະ​ຖຽນ​ລະ​ພາບ, ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ, ​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍດ, ພ້ອມ​ທັງ​ຕິດ​ພັນ​ຢ່າງ​ສະ​​ໜິດ​ແໜ້ນ​ກັບ​ ການ​ປົກ​ປັກ​ຮັກ​ສາ​ ມີ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເປັນ​ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊາດ​ຢ່າງ​ໝັ້ນ​ຄົງ . ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ການ​ເມືອງ-ການ​ທູດ​ໃນ​ການ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ, ຄວາມບໍ່​ລົງ​ລອຍ​ກັນ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຍົກ​ສູງນ້ຳ​ໃຈ​ສາ​ມັກ​ຄີ​ສາ​ກົນ​ບົນ​ພື້ນ​ຖານ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ, ກົດ​ໝາຍ​ສາ​ກົນ, ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນ, ສາ​ມັກ​ຄີ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແລະ ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ ເຊິ່ງ​ແມ່ນ​ສະ​ມາ​ຊິກ​ຕັ້ງ​ໜ້າ​ຂອງ​ປະ​ຊາ​ຄົມ​ສາ​ກົນໃຫ້​ດີ

ຂ່າວ/ບົດ​ອື່ນ