ສິງກະໂປແລະມຽນມາເພີ່ມທະວີການຮ່ວມມື2ຝ່າຍ
ທ່ານລັດຖະມົນຕີວ່າການກະຊວງການຄ້າ ແລະ ອຸດສາຫະກຳ
ສິງກະໂປ Lim Hng Kiang (ພາບ: topnews)
|
(vovworld) - ວັນທີ 6/7, ສິງກະໂປ ແລະ ມຽນມາ ຈັດຕັ້ງວາລະປະຊຸມຄະນະກຳມະການເຮັດວຽກຂັ້ນລັດຖະມົນຕີ (JMWC) ຄັ້ງທີ 5 ຢູ່ ຢາງກຸງ. ວາລະປະຊຸມຄັ້ງນີ້ສຸມໃສ່ປຶກສາຫາລື 3 ຂົງເຂດ ເຊິ່ງທັງ 2 ຝ່າຍຕ່າງກໍເອົາໃຈໃສ່ນັ້ນແມ່ນ: ການຄ້າ - ການລົງທຶນ, ການເງິນ ແລະ ນິຕິກຳ. ກ່ຽວກັບດ້ານການຄ້າ - ການລົບງທຶນ, ແຈ້ງການຢືນຢັນວ່າ: ການພົວພັນດ້ານເສດຖະກິດ 2 ຝ່າຍລະຫວ່າງ 2 ປະເທດ ນັບມື້ນັບພັດທະນາ ແລະ 2 ຝ່າຍໄດ້ປຶກສາຫາລືບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ມາດຕະການຕົວເມືອງ, ການຂົນສົ່ງ, ແລກປ່ຽນຜະລິດຕະພັນກະເສດ, ຂະຫຍາຍການເຊື່ອມຕໍ່ທາງອາກາດ ແລະ ພັດທະນາບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ໃນຂົງເຂດການເງິນ, ທະນາຄານສູນກາງ 2 ປະເທດໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືຕິດຕາມກວດກາທະນາຄານ ແລະ ສ້າງຄວາມສາມາດ. ກ່ຽວກັບດ້ານນິຕິກຳ, ສິງກະໂປ ແລະ ມຽນມາ ໄດ້ເຫັນດີພ້ອມກັນຈັດຕັ້ງກອງປະຊຸມສຳມະນາຫຼາຍຄັ້ງ ກໍຄືແບ່ງປັນບົດຮຽນເພື່ອແນໃສ່ເພີ່ມທະວີການຄວາມເຂົ້າໃຈກ່ຽວກັບນິຕິກຳຂອງແຕ່ລະປະເທດ. ຕາມແຜນການ, ວາລະປະຊຸມ JMWC ຄັ້ງທີ 6 ຈະດຳເນີນຢູ່ ສິງກະໂປ ໃນປີ 2016 ./.