ສົງຄາມຢູ່ພາກພື້ນຕາເວັນອອກກາງ: ຮາມາດສ ປ່ອຍຕົວປະກັນ 17 ຄົນຕື່ມອີກ; ອິດສະຣາແອັນ ເປີດບັ້ນການທະຫານຄືນໃໝ່

(VOVWORLD) - ຮາມາດສ ໄດ້ມອບຕົວປະກັນ 17 ຄົນໃຫ້ອົງການສະພາກາແດງສາກົນ ປະຈຳເຂດ ກາຊາ, ໃນນັ້ນ ມີພົນລະເມືອງ 13 ຄົນ ແລະ ຊາວຕ່າງປະເທດ 4 ຄົນ. 
ສົງຄາມຢູ່ພາກພື້ນຕາເວັນອອກກາງ: ຮາມາດສ ປ່ອຍຕົວປະກັນ 17 ຄົນຕື່ມອີກ; ອິດສະຣາແອັນ ເປີດບັ້ນການທະຫານຄືນໃໝ່ - ảnh 1ລົດຂອງສະພາກາແດງສາກົນ ສົ່ງຕົວປະກັນໄປຍັງດ່ານ Rafah, ທາງທິດໃຕ້ເຂດ ກາຊາ (ພາບ: THX/TTXVN)

ຕອນຄ່ຳວັນທີ 25 ພະຈິກ, ກຳລັງ ຮາມາດສ ຢູ່ເຂດ ກາຊາ ໄດ້ປ່ອຍຕົວປະກັນກຸ່ມທີ 2 ຕາມຂໍ້ຕົກລົງຢຸດຍິງ ກັບ ອິດສະຣາແອັນ ເຊິ່ງມີຜົນສັກສິດໃນຕອນເຊົ້າວັນທີ 24 ພະຈິກ. ຕາມນັ້ນແລ້ວ, ຮາມາດສ ໄດ້ມອບຕົວປະກັນ 17 ຄົນໃຫ້ອົງການສະພາກາແດງສາກົນ ປະຈຳເຂດ ກາຊາ, ໃນນັ້ນ ມີພົນລະເມືອງ 13 ຄົນ ແລະ ຊາວຕ່າງປະເທດ 4 ຄົນ. ໃນຕອນກາງຄືນມື້ວານນີ້, ກຸ່ມຕົວປະກັນດັ່ງກ່າວໄດ້ສົ່ງໄປຍັງເກາະ ຊີນາຍ ແລະ ມອບໃຫ້ອຳນາດການປົກຄອງ ອີຢິບ.

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ກໍໃນວັນດຽວກັນ, ອີຢິບ ໄດ້ຮັບເຮືອບິນ 5 ລຳ ທີ່ຂົນສົ່ງເຄື່ອງຂອງຊ່ວຍເຫຼືອມະນຸດສະທຳ ຈາກ ລັດເຊຍ ແລະ ໂອມານ, ສະຫະລັດ ອາຣັບເອມມີເລດ, ກາຕາ ແລະ ອາຣັບບິ ຊະອຸດິ ສະຫງວນໃຫ້ແກ່ເຂດກາຊາ ຢູ່ສະໜາມບິນ El-Arish. 
ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ