ສົ່ງເສີມ, ໜູນຊ່ວຍ ຊາວປະມົງອອກຝັ່ງຫາປາ

ສົ່ງເສີມ, ໜູນຊ່ວຍ ຊາວປະມົງອອກຝັ່ງຫາປາ - ảnh 1
(ພາບປະກອບ: TTXVN)

​(vovworld) – ຕອນ​ເຊົ້າ​ວັນ​ທີ 24/04, ຢູ່​ຮ່າ​ໂນ້ຍ, ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນັດ​ທົ່ວ​ປະ​ເທດ ກ່ຽວ​ກັບ​ສະພາບ​ປະຕິບັດ​ມະຕິ​ເລດ​ທີ 67 ຂອງ​ລັດຖະບານກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຊີ້​ແຈ້ງວ່າ: ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ ​ໂດຍ​ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງາ​ນສູນ​ກາງ ມີ​ມະຕິ​​ຮັບຮອງ​ເອົາ​, ຢືນຢັນ​ເລື່ອງຂຸດ​ຄົ້ນບັນດາ​ແຫຼ່ງຜົນ​ປະ​ໂຫຍ​ດສິນ​ໃນ​ນ້ຳ​ບົນ​ທະ​ເລ ​ເພື່ອ​ກໍ່ສ້າງ​ຫວຽດນາມ ​ໃຫ​້​ໝັ້ນຄົງເຂັ້ມ​ແຂງ​ທາງ​ດ້ານ​ທະ​ເລ. ສະ​ນັ້ນ, ລັດຖະບານ​ໄດ້​ປະກາດ​ໃຊ້​ມະ​ຕິ​ເລກທີ 67 ດ້ວຍ​ຈຸດໝາຍ​ສົ່ງເສີມ​ຊາວ​ປະມົງ​ອອກ​ຝັ່ງຫາ​ປາບົນ​ທະ​ເລ: ບົນ​ພື້ນຖານ​ນັ້ນ ຈັດ​ຕັ້ງ​ອາຊີບ​ຫາ​ປາ​ຄືນ​ໃໝ່ ຫຼື​ ສ້າງ​ໂຄງ​ປະກອບ​ຂະ​ແໜງ​ສິນ​ໃນ​ນ້ຳ​ຄືນ​ໃໝ່, ສົ່ງ​ເສີມ​ການ​ຕໍ່​ກຳ​ປັ່ນ​ລ​ຳໃຫຍ່, ຮັບປະກັນ​ຄວາມ​ປອດ​​ໄພເພື່ອ​ສາມາດ​ອ​ອກສູ່​ໄກ​ຝັ່ງ​ເພື່ອ​ຂຸດ​ຄົ້ນ ຖືກ​ກັບ​ທ່າ​ແຮງ​ຂອງ​ແຕ່ລະ​ທ້ອງ​ຖິ່ນ. ຈາກ​ນັ້ນ, ຊ່ວຍ​ໃຫ້​ຊາວ​ປະມົງ​ຮັບປະກັາການ​ຜະລິດ, ພັດທະນາ​ແບບ​ຍື່ນ​ຍົງ ​ແລະ ມີ​ລາຍ​ຮັບ​ນັບ​ມື້​ນັບ​ສູງ, ປະກອບສ່ວນ​ຮັກສາ​ອະທິປະ​ໄຕ​ໝູ່​ເກາະ, ທະ​ເລ​ຂອງ​ປະ​ເທດ​ຊາດ.
ຂ່າວ/ບົດ​ອື່ນ