ສົ່ງເສີມການຄ້າການລົງທຶນອາຊຽນ-ຈີນ
ພາບປະກອບ
(vovworld) – ແຕ່ວັນທີ 22 – 26/10, ບັນດາລັດຖະມົນຕີການຄ້າ - ເສດຖະກິດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ເຂົ້າຮ່ວມການເຄື່ອນໄຫວໃນຂອບເຂດການໂຄສະນາກ່ຽວກັບ ອາຊຽນ ຢູ່ 3 ນະຄອນຂອງປະເທດ ຈີນແມ່ນ: ແຈງຢູ, ຊຽງໄຮ່ ແລະ ປັກກິ່ງ - ເຊິ່ງເອີ້ນຫຍໍ້ວ່າ “AEM Roadshow”. ນະທີ່ນີ້, ບັນດາລັດຖະມົນຕີ ອາຊຽນ ໄດ້ແນະນຳໂດຍສັງເຂບກ່ຽວກັບສະພາບແວດລ້ອມ, ກາລະໂອກາດດຳເນີນທຸລະກິດ ແລະ ການລົງທຶນໂດຍກົງຈາກຕ່າງປະເທດຢູ່ແຕ່ລະປະເທດ ອາຊີຕາເວັນອອກສ່ຽງໃຕ້. ວັນທີ 25/10, ກ່າວຄຳເຫັນທີ່ການພົບປະກັບບັນດາລັດຖະມົນຕີ ອາຊຽນ ຢູ່ນະຄອນຫຼວງ ປັກກິ່ງ, ທ່ານຮອງນາຍົກລັດຖະມົນຕີ ຈີນ ອວາງຢາງ ໃຫ້ຮູ້ວ່າ: ຈີນ ແລະ ອາຊຽນ ແມ່ນບັນດາຄູ່ຮ່ວມມືສຳຄັນຂອງກັນ, ປັກກິ່ງ ປາດຖະໜາຢາກຍູ້ໄວການຮ່ວມມືກັບອາຊຽນ. ຈີນ ພ້ອມແລ້ວທີ່ຈະດຳເນີນການເຈລະຈາຕ່າງໆກ່ຽວກັບເລື່ອງຍົກລະດັບເຂດການຄ້າເສລີ ຈີນ - ອາຊຽນ (ຫຼື CAFTA).