ສົ່ງເສີມແລະເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງແມ່ນແຜນນະໂຍບາຍຂອງພັກແລະລັດຫວຽດນາມ

ສົ່ງເສີມແລະເສີມຂະຫຍາຍບົດບາດຂອງຜູ້ອາຍຸສູງແມ່ນແຜນນະໂຍບາຍຂອງພັກແລະລັດຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ມື້​ນີ້​ແມ່ນ​ວັນ​ສາກົນ​ຜູ້​ອາຍຸ​ສູງ. ນັບ​ແຕ່​ປີ 1982, ສະຫະ​ປະຊາ​ຊາດ ​ໄດ້​ຖື​ວັນ​ທີ 1/10 ປະຈຳ​ປີ​ແມ່ນ ວັນ​ສາກົນ​ຜູ້​ອາຍຸ​ສູງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ຜູ້​ອາຍຸ​ສູງ, ພ້ອມ​ທັງ​ຕີ​ລາຄາ​ການ​ປະກອບສ່ວນ​ເຊິ່ງບັນດາ​ຜູ້​ອາຍຸ​ສູງ​ໄດ້​ປະກອບສ່ວນ​ໃຫ້​ສັງຄົມ. ຫົວ​ຂໍ້​ຂອງ ວັນ​ສາກົນ​ຜູ້​ອາຍຸ​ສູງ​ປີ​ນີ້​ແມ່ນ “ຕໍ່ສູ້​ຕ້ານ​ການຈຳ​ແນ​ກກ່ຽວ​ກັບ​ເກນ​ອາຍຸ“., ສະຫະ​ປະຊາ​ຊາດ​ໄດ້​ວາງ​ໜ້າ​ທີ່​ໃຫ້​ທຸກ​ຄົນ​ໃນ​ໂລກ​ຮັບ​ຮູ້​ຄື​ແນວ​ໃດ​ແມ່ນ​ການຈຳ​ແນ​ກ​ເກນ​ອາຍຸ ​ແລະ ຜົນ​ກະທົບ​ຢ່າງ​ຫຍໍ້​ທໍ້, ຮ້າຍ​ແຮງ​ຂອງ​ມັນ​ທີ່​ມີ​ຕໍ່​ຜູ້​ອາຍຸ​ສູງ. ຢູ່​ຫວຽດນາມ, ອັດຕາ​ຜູ້​ອາຍຸ​ສູງ​ໃນ​ປະຈຸ​ບັນ​ກວມ 10,9% ຍອດ​ຈຳນວນ​ພົນລະ​ເມືອງ, ດ້ວຍ 10 ລ້ານ​ກວ່າ​ຄົນ. ​ໄລຍະ​ຜ່ານ​ມາ​ພັກ, ລັດ​ຍາມ​ໃດ​ກໍ່​ຮູ້​ບຸນຄຸນ ​ແລະ ຈົດ​ຈຳ​ຄວາມ​ຮັບຜິດຊອບ​ຕໍ່​ຜູ້​ອາຍຸ​ສູງ, ​ໄດ້ມີ​ຫຼາຍ​ແຜນ​ນະ​ໂຍບາຍ, ​ແລະ ນະ​ໂຍບາຍ​ເພື່ອ​ສົ່ງ​ເສີມ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ອາຍຸ​ສູງ​ຫວຽດນາມ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ດຳລົງ​ຊີວິດ​ຂອງ​ຜູ້​ອາຍຸ​ສູງ. ຜູ້​ອາຍຸ​ສູງ ຫວຽດນາມ ​ໄດ້​ຊົມ​ໃຊ້​ນະ​ໂຍບາຍ​ຫຼາຍ​ຢ່າງ​ຄື: ສົ່ງ​ເສີມ​ສຸຂະພາບ, ອຸປະ​ກະ​ລະ​ສັງຄົມ, ອວຍພອນ​ອາຍຸ​ຍືນ… ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ສູນ​ສົ່ງ​ເສີມ​ຜູ້​ອາຍຸ​ສູງ​ຂອງ​ລັດ ​ແລະ ​ເອກະ​ຊົນ​ປະມານ 100 ​ແຫ່ງ.

 

 

 

 

ຂ່າວ/ບົດ​ອື່ນ