ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມ
ແລະ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2016 – 2017
(vovworld) - ວັນທີ 06/12 ທີ່ຮ່າໂນ້ຍ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີໄຂສົກຮຽນໃໝ່ 2016 – 2017 ຂອງສະຖາບັນສານ (ສານປະຊາຊົນສູງສຸດ). ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີສະຖາບັນສານສຸມໃສ່ຄົ້ນຄວ້າ, ສ້າງໂຄງການ, ເນື້ອໃນ, ວິທີການສິດສອນ ແລະ ຮ່ຳຮຽນຕາມທິດທັນສະໄໝ, ເອົາໃຈໃສ່ເປັນພິເສດເຖິງການຮ່ຳຮຽນຄວາມຮູ້ພື້ນຖານຕິດພັນກັບການບຳລຸງທັກສະການນຳໃຊ້, ການປະຕິບັດເຂົ້າສູ່ລວງເລິກ; ທ່ານປະທານປະເທດ ເຈີ່ນດ້າຍກວາງ ຮຽກຮ້ອງສະຖາບັນສານ ຍູ້ແຮງວຽກງານຄົ້ນຄວ້າວິທະຍາສາດໃນໝູ່ພະນັກງານ, ຄູອາຈານ, ນັກຮຽນນັກສຶກສາ, ສູ້ຊົນສ້າງໂຮງຮຽນໃຫ້ກາຍເປັນສູນບຳລຸງຕຸລາການ ແລະ ຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບສູງ; ເປີດກ້ວາງການພົວພັນຮ່ວມມືສາກົນກັບບັນດາມະຫາວິທະຍາໄລ, ບັນດາສູນຄົ້ນຄວ້າກ່ຽວກັບວິຊາສະເພາະສານໃຫ້ມີອິດທິພົນຊື່ສຽງໃນພາກພື້ນ ແລະ ໃນໂລກ.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ໃສ່ໃຈວ່າ ສະຖາບັນສານຄວນສຸມໃສ່ບູລະນະການຈັດຕັ້ງ, ເອົາໃຈໃສ່ບຳລຸງສ້າງ, ພັດທະນາຖັນແຖວພະນັກງານ, ຄູອາຈານ; ກໍ່ສ້າງ ແລະ ປະຕິບັດຍຸດທະສາດກຳນົດແຜນບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງເປັນຢ່າງດີ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ສ້າງພື້ນຖານຄຸລາການໃຫ້ປອດໄສ, ເຂັ້ມແຂງ, ປະຊາທິປະໄຕ, ເຂັ້ມງວດ, ທັນສະໄໝເທື່ອລະກ້າວ.