ສູ້ຊົນຮອດປີ 2030 ນຳຫວຽດນາມ ໃຫ້ກາຍເປັນສູນປຸງແຕ່ງສິນໃນນ້ຳແຖວໜ້າໂລກ

(VOVWORLD) -ເພື່ອບັນລຸໄດ້ເປົ້າໝາຍພັດທະນາການປຸງແຕງສິນໃນນ້ຳທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ, ຕອບສະໜອງຄວາມຮຽກຮ້ອງ, ລະບຽບການຂອງຕະຫຼາດຈຳໜ່າຍ
ສູ້ຊົນຮອດປີ 2030 ນຳຫວຽດນາມ ໃຫ້ກາຍເປັນສູນປຸງແຕ່ງສິນໃນນ້ຳແຖວໜ້າໂລກ - ảnh 1(ພາບປະກອບ: VGP)

ທ່ານນາຍົກລັດຖະມົນຕີຫາກໍ່ປະກາດຂໍ້ຕົກລົງອະນຸມັດຜ່ານແຜນຮ່າງພັດທະນາຂະແໜງປຸງແຕ່ງສິນໃນນ້ຳໄລຍະ 2021 – 2030 ເພື່ອແນໃສ່ນຳຫວຽດນາມ ໃຫ້ກາຍເປັນສູນປຸງແຕ່ງສິນໃນນ້ຳ ແລະ ຢືນອັນດັບທີ 5 ໃນໂລກໃນປີ 2030.

ເພື່ອບັນລຸໄດ້ເປົ້າໝາຍພັດທະນາການປຸງແຕງສິນໃນນ້ຳທັນສະໄໝ, ມີປະສິດທິຜົນ ແລະ ຍືນຍົງ, ຕອບສະໜອງຄວາມຮຽກຮ້ອງ, ລະບຽບການຂອງຕະຫຼາດຈຳໜ່າຍ; ຍົກສູງກຳລັງແກ່ງແຍ້ງ ແລະ ສືບຕໍ່ຮ່ວມມືເຂົ້າໃນລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງ, ກວ້າງຂວາງ.

ຕາມແຜນຮ່າງແລ້ວ, ເປົ້າໝາຍລະອຽດແມ່ນສູ້ຊົນຮອດປີ 2030, ລະດັບເຕີບໂຕປະລິມານສິນໃນນ້ຳປຸງແຕ່ງບັນລຸກວ່າ 6%/ປີ. ອັດຕາສ່ວນມູນຄ່າການສົ່ງອອກຜະລິດຕະພັນສິນໃນນ້ຳປຸງແຕ່ງມີມູນຄ່າເພີ່ມຄິດສະເລ່ຍກວ່າ 40%. ເປົ້າໝາຍຕໍ່ໄປແມ່ນສ້າງຕັ້ງກຸ່ມບໍລິສັດ, ວິສາຫະກິດປຸງແຕ່ງສິນໃນນ້ຳທັນສະໄໝບາງແຫ່ງ, ມີກຳລັງບົ່ມຊ້ອນທາງດ້ານເສດຖະກິດ ແລະ ລະດັບຄຸ້ມຄອງທຽບເທົ່າໂລກ. ພ້ອມກັນນັ້ນ, ມູນເຊື້ອປຸງແຕ່ງສິນໃນນ້ຳຈຳໜ່າຍຢູ່ພາຍໃນປະເທດບັນລຸແຕ່ 40.000 – 45.000 ຕື້ດົ່ງ; ປະກອບສ່ວນເຂົ້າໃນມູນຄ່າສົ່ງອອກສິນໃນນ້ຳບັນລຸປະມານ 14 – 16 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ