ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
|
(vovworld) – ຕອນເຊົ້າວັນທີ 3/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມປະຈຳເດືອນ 9 ຂອງລັດຖະບານ. ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ມານະພະຍາຍາມເພື່ອບັນລຸຄາດໝາຍເຕີບໂຕເສດຖະກິດທັງປີແຕ່ 6,3% - 6,5%. ເມື່ອຕີລາຄາສະພາບການດ້ານເສດຖະກິດເດືອນ 9 ແລະ 9 ເດືອນຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບຮູ້ເສດຖະກິດມະຫາພາກເປັນປົກກະຕິ, ຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດໄດ້ຮັບການຮັກສາ, ໄພເງິນເຟີ້ຢູ່ໃນລະດັບຕຳ່, ການເຕີບໂຕສືບຕໍ່ຢູ່ໃນທ່າຟື້ນຟູ, ໄຕມາດນີ້ສູງກ່ວາໄຕມາດກ່ອນ.
ເຖິງວ່າເສດຖະກິດໃນ 9 ເດືອນບັນລຸໄດ້ຫຼາຍສັນຍານຕັ້ງໜ້າ, ແຕ່ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ການເຕີບໂຕເສດຖະກິດຫາກໍ່ບັນລຸພຽງ 5,92% ແມ່ນຕຳ່ກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເພື່ອບັນລຸໄດ້ຄາດໝາຍເຕີບໂຕເສດຖະກິດທັງປີ 2016 ແມ່ນແຕ່ 6,3% - 6,5%, ການເຕີບໂຕໃນໄຕມາດທີ 4 ຕ້ອງບັນລຸ 7,1% ຫາ 7,3%. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ລັດຖະບານ, ບັນດາຂະແໜງການ, ບັນດາຂັ້ນ, ປະຊາຄົມວິສາຫະກິດ ແລະ ປະຊາຊົນຕ້ອງຕັດສິນໃຈສູງ ແລະ ມີບັນດາມາດຕະການລະອຽດ:
“ທັງກົງຈັກອຳນາດການປົກຄອງຕ້ອງເຄື່ອນໄຫວ, ສ້າງທຸກເງື່ອນໄຂ, ແກ້ໄຂທຸກໆຮົ້ວຂີດຂວາງໃຫ້ແກ່ການຜະລິດດຳເນີນທຸລະກິດຂອງປະຊາຊົນ ແລະ ວິສາຫະກິດ. ຂ້າພະເຈົ້າເນັ້ນໜັກວ່າ, ບໍ່ພຽງແຕ່ມີຄວາມຕັດສິນໃຈເທົ່ານັ້ນ ຫາກຍັງຕ້ອງມີມາດຕະການລະອຽດເພື່ອບັນລຸໄດ້ຄາດໝາຍແຕ່ 6,3% ຫາ 6,5%. ທະນາຄານພັດທະນາ ອາຊີ (ADB) ເວົ້າວ່າ ຫວຽດນາມ ບັນລຸການເຕີບໂຕ 6% ໃນປີນີ້ແມ່ນຍ້ອນສາຍເຫດພາວະວິໄສຄືສະພາບເກີດມີປາຕາຍຢູ່ພາກກາງ, ໄພແຫ້ງແລ້ງ, ພາຍຸນຳ້ຖ້ວມ, ການຂຸດຄົ້ນແຮ່ທາດຫລຸດລົງ. ຫວຽດນາມ ຕ້ອງເດັດດ່ຽວລື່ນກາຍລະດັບທີ່ ADB ໄດ້ສັງເກດ.”