ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເພີ່ມທະວີການຮ່ວມມື

(VOVWORLD) - ທ່ານ ຫງວຽນແອັງຕ໊ວນ ສະເໜີໃຫ້ 2 ຝ່າຍຈົ່ງພ້ອມກັນປຶກສາຫາລືເພື່ອກ້າວໄປເຖິງການລົງນາມໃນຂໍ້ຕົກລົງຮ່ວມມື, ໃນນັ້ນສຸມໃສ່ບາງກຸ່ມເປົ້າໝາຍໃຫຍ່
ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເພີ່ມທະວີການຮ່ວມມື - ảnh 1(ທ່ານ ຫງວຽນແອັງຕ໊ວນ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ເຮັດວຽກກັບ
ທ່ານ Michael Croft, ຫົວໜ້າຜູ້ຕາງໜ້າ UNESCO ປະຈຳຫວຽດນາມ)

ວັນທີ 11 ມີນາ, ທ່ານ ຫງວຽນແອັງຕ໊ວນ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ມີການເຮັດວຽກກັບທ່ານ Michael Croft, ຫົວໜ້າຜູ້ຕາງໜ້າ UNESCO ປະຈຳຫວຽດນາມ ກ່ຽວກັບບັນດາເນື້ອໃນການຮ່ວມມືລະຫວ່າງ 2 ຝ່າຍ.

        ທີ່ການເຮັດວຽກ, ທ່ານ ຫງວຽນແອັງຕ໊ວນ ສະເໜີໃຫ້ 2 ຝ່າຍຈົ່ງພ້ອມກັນປຶກສາຫາລືເພື່ອກ້າວໄປເຖິງການລົງນາມໃນຂໍ້ຕົກລົງຮ່ວມມື, ໃນນັ້ນສຸມໃສ່ບາງກຸ່ມເປົ້າໝາຍໃຫຍ່ຄື: ສ້າງຕັ້ງກົນໄກແລກປ່ຽນ, ທາບທາມຂໍ້ມູນຂ່າວສານລະຫວ່າງ 2 ຝ່າຍ, ພິເສດແມ່ນບັນດາບັນຫາໃຫຍ່ທີ່ກ່ຽວຂ້ອງເຖິງຊາວໜຸ່ມ ແລະ ວັດທະນະທຳ; ສົມທົບກັນສ້າງໂຄງການເພີ່ມທະວີກຳລັງຄວາມສາມາດຫັນເປັນດີຈີຕອນ; ສົມທົບກັນເພື່ອອະນຸລັກຮັກສາ, ເສີມຂະຫຍາຍ, ພັດທະນາບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງ 16 ຊົນເຜົ່າສ່ວນໜ້ອຍຢູ່ຫວຽດນາມ… ຕາມທ່ານ ຫງວຽນແອັງຕ໊ວນ ແລ້ວ, ສູນກາງຄະນະຊາວໜຸ່ມ ພ້ອມແລ້ວທີ່ຈະສະໜັບສະໜູນ UNESCO ປະຈຳ ຫວຽດນາມ  ເພື່ອຜັນຂະຫຍາຍຮູບແບບ “ນະຄອນປະດິດຄິດສ້າງ” ຢູ່ຮ່າໂນ້ຍ.

        ໂດຍສະແດງຄວາມສະໜັບສະໜູນຕໍ່ບັນດາຂໍ້ສະເໜີຂອງສູນກາງຄະນະຊາວໜຸ່ມ, ທ່ານ Michael Croft ຢືນຢັນວ່າ, UNESCO ພ້ອມແລ້ວທີ່ຈະຮ່ວມມືກັບສູນກາງຄະນະຊາວໜຸ່ມກອມມູນິດຫວຽດນາມ ຢ່າງແໜ້ນແຟ້ນ, ແບ່ງປັນບົດຮຽນຂອງສາກົນທີ່ບັນລຸຜົນສຳເລັດຢູ່ບັນດາປະເທດອ່ືນໄດ້ນຳໃຊ້ຢູ່ຫວຽດນາມ.

        ແລະກໍ່ໃນວັນດຽວກັນ, ທ່ານ ຫງວຽນແອັງຕ໊ວນ, ເລຂາທີໜຶ່ງສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ກໍ່ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງລັດອິດສະຣາແອັນ ປະຈຳຫວຽດນາມ Nadav Eshcar.

ຕອບກັບ

ຂ່າວ/ບົດ​ອື່ນ