ສູນກາງຄະນະຊາວໜຸ່ມມອບຫຼຽນກາລະນຶກເພື່ອໄວໜຸ່ມໃຫ້ແກ່ 78 ສ່ວນບຸກຄົນ
(VOVWORLD) -ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບຫຼຽນກາລະນຶກເພື່ອໄວໜຸ່ມ - ໂດຍແມ່ນຂອງຂວັນອັນລ້ຳຄ່າຂອງສູນກາງຄະນະຊາວໜຸ່ມມອບໃຫ້ແກ່ 78 ສ່ວນບຸກຄົນ, ມອບໃບຍ້ອງຍໍຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ແກ່ສ່ວນ 195 ສ່ວນບຸກຄົນ ແລະ 17 ໝູ່ຄະນະທີ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ເຂົ້າໃນວຽກງານ ຊາວໜຸ່ມ
ທ່ານ ຫງວຽນແອັງຕວັນ ເລຂາຜູ້ທີໜຶ່ງຂອງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (ພາບ: TTXVN) |
ຕອນຄ່ຳວັນທີ 14 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນໄດ້ຈັດການພົບປະ “ບັນດາເພື່ອນມິດຂອງ ຊາວໜຸ່ມ” ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການປະກອບສ່ວນຂອງ ບັນດາໝູ່ຄະນະ, ສ່ວນບຸກຄົນ ເຂົ້າໃນການພັດທະນາຂອງ ວຽກງານຊາວໜຸ່ມ, ສະມາຄົມ, ກອງເຍົາວະຊົນ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໃນທົ່ວປະເທດ. ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ມອບຫຼຽນກາລະນຶກເພື່ອໄວໜຸ່ມ - ໂດຍແມ່ນຂອງຂວັນອັນລ້ຳຄ່າຂອງສູນກາງຄະນະຊາວໜຸ່ມມອບໃຫ້ແກ່ 78 ສ່ວນບຸກຄົນ, ມອບໃບຍ້ອງຍໍຂອງສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ແກ່ສ່ວນ 195 ສ່ວນບຸກຄົນ ແລະ 17 ໝູ່ຄະນະທີ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ເຂົ້າໃນວຽກງານ ຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ, ອະນຸຊົນໄລຍະ 2016 – 2020.