ສູນກາງຈະພ້ອມກັບດັກລັກ ຮັບປະກັນຊີວິດການເປັນຢູ່ໃຫ້ປະຊາຊົນບັນດາເຜົ່າ.

ສູນກາງຈະພ້ອມກັບດັກລັກ ຮັບປະກັນຊີວິດການເປັນຢູ່ໃຫ້ປະຊາຊົນບັນດາເຜົ່າ. - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງເຮັດ​ວຽກ​ກັບ​ການ​ນຳ
ແຂວງ ດັກ​ລັກ
ພາບ:baomoi.com

(vovworld) – ຕອນ​ເຊົ້າ​ວັນ​ທີ 9/2, ທີ່​ນະຄອນ​ບວນມາ​ທວດ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ລັດຖະບານ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດັກ​ລັກ ກ່ຽວ​ກັບສະພາບ​ການ​ປະຕິບັດ​ໜ້າ​ທີ່​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ທ້ອງ​ຖິ່ນ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຮຽກຮ້ອງ​ໃຫ້​ທົ່ວ​ລະບົບ​ການ​ເມືອງ, ທຸກ​ຂັ້ນ, ບັນດາ​ຂະ​ແໜງ​ການ​ຢູ່ດັກ​ລັກ ​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ປະຕິບັດ​​ໃຫ້​ໄດ້ ​ແລະ ລື່ນ​ກາຍບັນດາ​ຄາດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ-​ສັງຄົມ ​ເຊິ່ງອົງຄະ​ນະ​ພັກ​ແຂວງ​ໄດ້​ວາງ​ອອກ​ໃນ​ປີ​ນີ້ຢ່າງ​ສູງ​ສຸດ ຕິດ​ພັນ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ສຳ​ເລັດຜົນ. ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ​​ໃຫ້ການ​ນຳ​ແຂວງ​ດັກ​ລັກ ສືບ​ຕໍ່​ຄົ້ນ​ຄ້ວາ, ​ແລະ ມີຫົວຄິດ​ປະດິດ​ສ້າງ ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ ​ເພື່ອ​ພັດທະ ນາ​ເສດຖະກິດ, ພິ​​ເສດ​ແມ່ນ​ທ່າ​ໄດ້​ປຽບກ່ຽວ​ກັບ​ທີ່​ດິນ, ຊັບ​ພະຍາກອນມະນຸດ ​ແລະ ບັນດາຜະລິດ​ຕະພັນ​ທີ່​ມີ​ທ່າ​ໄດ້​ປຽບ​ຄື: ກາ​ເຟ, ຢາງພາລາ… ​ແຂວງ​ດັກ​ລັກ ກໍ່​ຄວນ​ສຸມ​ໃສ່​ຍູ້​ແຮງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ສຸມ​ໃສ່​ຫລຸດ​ຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທຸກ​ຍາກ​ຕິດ​ພັນ​ກັບ​ທີ່​ດິນ, ປ່າໂດຍ​ໄວ, ພິ​ເສດ​ແມ່ນ​ໃນ​ເຂດ​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ. ທ່ານ​ນາຍົກ​ລັດຖະມົນຕີ ກໍ່​ໃສ່​ໃຈ​​ແຂວງ​ດັກ​ລັກ​ວ່າ: ​ແຂວງ​ດັກ​ລັກ ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງລະບົບ​ການ​ເມ​ືອງ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ​ຈາກ​ຮາກ​ຖານ, ສ້າງ​ແຫຼ່ງ       ພະນັກງານ​ໃຫ້​ທຸກຂັ້ນ, ພິ​ເສດ​ແມ່ນ​ຢູ່​ບັນດາ​ຕາ​ແສງ, ​ເມືອງ.

 

 

 

(Lien)  ຮອ
ຂ່າວ/ບົດ​ອື່ນ