ສິນຄ້າ500ໂຕນຮັບໃຊ້ບຸນປີໃໝ່ປະຈຳຊາດປີລະກາໃຫ້ເມືອງເກາະເຈື່ອງຊາ
(ສິນຄ້າ500ໂຕນຮັບໃຊ້ບຸນປີໃໝ່ປະຈຳຊາດ
ປີລະກາໃຫ້ເມືອງເກາະເຈື່ອງຊາ)
(vovworld) - ວັນທີ 20/12, ກ່ຳປັ່ນ 3 ລຳຈະເລີ່ມເດີນທາງຈາກທ່າກ່ຳປັ່ນ ກາມແຮງ, ນຳຄະນະປະຕິບັດງານບັນດາຄະນະ, ຂະແໜງການ ໄປຢ້ຽມຢາມ, ອວຍພອນປີໃໝ່ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະເຈື່ອງຊາ, ແຂວງ ແຄ໋ງຮ່ວາ. ບັນດາຄະນະປະຕິບັດງານກໍສົ່ງສິນຄ້າເກືອບ 500 ໂຕນ ເຊິ່ງແມ່ນເຄື່ອງຮັບໃຊ້ບຸນປີໃໝ່ ຄື: ຊີ້ນຊະນິດຕ່າງໆ, ໃບຕອງ, ເຂົ້າໜົມ... ເຖິງບັນດາເມືອງເກາະ. ທ່ານ ບຸ່ຍດິ່ງເຢືອງ, ປະທານຄະນະກຳມະການປະຊາຊົນເມືອງເຈື່ອງຊາ, ແຂວງແຄ໋ງຮ່ວາ ໃຫ້ຮູ້ວ່າ.
“ສຳລັບທະຫານ ແລະ ປະຊາຊົນເມືອງເກາະເຈື່ອງຊາ ພວກເຮົາ, ເມື່ອໄດ້ຮັບບັນດາສິນຄ້າດັ່ງກ່າວ ພວກເຮົາຕ້ອງມີໜ້າທີ່ຂົນສົ່ງເຖິງຜູ້ໃຊ້ສອຍ. ທະຫານ ແລະ ປະຊາຊົນເມືອງເກາະເຈື່ອງຊາ ພວກຂ້າພະເຈົ້າ ໃຫ້ຄຳໝັ້ນສັນຍາກັບເຂດດິນຕໍ່ແຜ່ນວ່າ, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ, ລຳບາກຄືແນວໃດກໍຈະຮຽງບ່າຮຽງໄຫຼ່ກັນເພື່ອປົກປັກຮັກສາເຂດດິນແດນທີ່ສັກກະລະບູຊາຂອງປະເທດຊາດ ເຊິ່ງປະຊາຊົນໄດ້ມອບໝາຍໃຫ້”.