ສິນຄ້າຫວຽດນາມ ມີທີ່ຕັ້ງຢ່າງໝັ້ນຄົງຢູ່ຕະຫຼາດອັງກິດ
(ພາບປະກອບ)
(vovworld) – ອົງການການຄ້າ - ສະຖານທູດຫວຽດນາມ ປະຈຳລາຊະອານາຈັກອັງກິດ ແລະ ອ້າຍແລນເໜືອ ໃຫ້ຮູ້ວ່າ, ປີ 2014 ຍອດວົງເງິນການຄ້າລະຫວ່າງ 2 ປະເທດບັນລຸປະມານ 4,5 ຕື້ USD. ໃນຍອດວົງເງິນການຄ້າດັ່ງກ່າວ, ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງອັງກິດ ບັນລຸເກືອບ 4 ຕື້ USD. ບັນດາສິນຄ້າສົ່ງອອກຕົ້ນຕໍ່ຂອງຫວຽດນາມ ໃນປີ 2014 ລວມມີ: ໂທລະສັບມືຖື, ເຄື່ອງຕຳແຜ່ນຕັດຍິບ, ເກີບໜັງ… ເພື່ອຊຸກຍູ້ການຄ້າ 2 ສົ້ນໃນປີ 2015 ກວ່າອີກ, ອົງການການຄ້າ ໄດ້ສະເໜີໃຫ້ບັນດາອົງການທີ່ກ່ຽວຂ້ອງພາຍໃນປະເທດ ສົມທົບກັນຈັດຕັ້ງບັນດາຄະນະສົ່ງເສີມການຄ້າຕາມຂະແໜງ, ກຸ່ມ ໃຫ້ເໝາະສົມກັບການກຳນົດທິດ ແລະ ມອບໃຫ້ອົງການການຄ້າກະກຽມ ແລະ ເຊື່ອມຕໍ່.