ສັນຍາຄູ່ຮ່ວມມືຂ້າມປາຊີຟີກ(TPP)ແລະການກະທົບຕໍ່ຫວຽດນາມ

ສັນຍາຄູ່ຮ່ວມມືຂ້າມປາຊີຟີກ(TPP)ແລະການກະທົບຕໍ່ຫວຽດນາມ - ảnh 1

(vovworld)- ນີ້​ແມ່ນ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ ໂດຍ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສົມ​ທົບ​ກັບ ອົງ​ການ​ພັດ​ທະ​ນາ​ສາ​ກົນ ອາ​ເມ​ລິ​ກາ (USAID) ຈັດ​ຂຶ້ນ​ໃນ​ວັນ​ທີ 16/6 ຢູ່ ນະ​ຄອນ ຫວູງ​ເຕົາ. ໃນ​ເວ​ລາ 16-18/6, ບັນ​ດາ​ຜູ້​ແທນ​ໄດ້​ສະ​ຫນອງ​ຂໍ້​ມູນ​ຂ່າວ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ເນື້ອ​ໃນ​ທັງ​ໝົດ​ຂອງ ສັນ​ຍາ TPP, ໄຈ້​ແຍກ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຫວຽດ​ນາມ ໃນ​ສັນ​ຍາ TPP ຢູ່​ຂົງ​ເຂດ​ຈຳ​ນວນ​ຫນຶ່ງ, ຊ່ອງ​ຫວ່າງ​ດ້ານ​ນິ​ຕິ​ກຳ ແລະ ວິ​ທີ​ການ​ປັບ​ປຸງ​ກົດ​ໝາຍ ເພື່ອ​ໃຫ້ເໝາ​ະ​ສົມກັບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ TPP, ຕີ​ລາ​ຄາ​ການກ​ະ​ກຽມ​ຂອງວິ​ສາ​ຫະ​ກ​ິດ ເພື່ອ​ປະ​ຕິ​ບັດ​ສັນ​ຍາ TPP. ນອກນັ້ນ ບັນ​ດາ​ຜູ້​ແທນ​ກໍ​ໄດ້​ຊອກ​ຮູ້​ກ່ຽວ​ກັບ​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ໃຫ້​ສັດ​ຕະ​ຍາ​ບັນ, ຕິດ​ຕາມ​ການ​ປະ​ຕິ​ບັດ​ສັນ​ຍາ TPP ແລະ ບັນ​ດາ​ມາດ​ຕະ​ການ ເພື່​ອ​ແນ​ໃສ່​ສ້າງ​ລະ​ບອບ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ.

ຕອບກັບ

ຂ່າວ/ບົດ​ອື່ນ