ສັນຍານຕັ້ງໜ້າໃນການພົວພັນການຄ້າຫວຽດນາມ-ສະຫະພັນລັດເຊຍ

ສັນຍານຕັ້ງໜ້າໃນການພົວພັນການຄ້າຫວຽດນາມ-ສະຫະພັນລັດເຊຍ - ảnh 1
ການຜະລິດເຄື່ອງ ເຟີນີເຈີ ສົ່ງໄປຂາຍຢູ່ ລັດເຊຍຂອງບໍລິສັດ ຮຽບລອງ (ແຂວງ ບິ່ງເຢືອງ)
(ພາບ: Thanh Vũ/TTXVN)

(vovworld)-​​​ ກ່ອນ​ທີ່​ຈະ​ດຳ​ເນີນ​ການ​ພົບ​ປະ​ລະ​ຫວ່າງ​ລັດ​ຖະ​ບານສະ​ຫະ​ພ​ັນ​ລັດ​ເຊຍ ແລະ ຫວຽດ​ນາມ​ ຂັ້ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຕ່​ວັນ​ທີ 5-7/9 ຢູ່ Vladivostok, ທ່ານ​ຟ້າມກວາງ​ນ້ຽມ ທີ່​ປຶກ​ສາ​ດ້ານການ​ຄ້າ​ສະ​ຖານ​ທູດ​ຫວຽດ​ນາມ  ປະ​ຈຳ​ລັດ​ເຊຍ ໃຫ້​ຮູ້​ວ່າ: ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ ລັດ​ເຊຍ-ຫວຽດ​ນາມ ພວມ​ມີຫຼາຍ​ສັນ​ຍານ​ທີ່​ຕັ້ງ​ໜ້າ. ທ່ານຟ້າມກວາງ​ນ້ຽມ ຢັ້ງ​ຢືນວ່າ ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງສະ​ຫະ​​ພັນ​ລັດ​ເຊຍ ແລະ ຫວຽດ​ນາມ​ ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ ພວມ​ພັດ​ທະ​ນາ​ອັນ​ດີ​ງາມ. ກ່ຽວ​ກັບ​ດ້ານ​ການ​ຄ້າ, ວົງ​ເງິນຂາ​ເຂົ້າ​ - ຂາ​ອອກ 2 ຝ່າຍ​ໃນ​ປີ 2013 ບັນ​ລຸ 4 ຕື້ USD ແລະ ໃນ 6 ເດືອນຕົ້ນ​ປີ 2014 ບັນ​ລຸ 1,76 ຕື້ USD. ພິ​ເສດ​, ໜ່ວຍ​ປະ​ຕິ​ບັດ​ງານ​ຂັ້ນ​ສູງ ກ່ຽວ​ກັບ​ບັນ​ດາ​ໂຄງ​ການບຸ​ລິ​ມະ​ສິດລັດ​ເຊຍ-ຫວຽດ​ນາມ ພວມ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ, ມີ​ປະ​ສິດ​ທິ​ຜົນ ​ນຳ​ມາ​ເຊິ່ງ​ແງ່​ຫວັງຫຼາຍ​ຢ່າງໃຫ້​​ແກ່ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ.ທ່ານ ຟ້າມກວາງ​ນ້ຽມ ກໍ່​ໃຫ້​ຮູ້​ວ່າ​ໃນ​ວັນ​ທີ 16/9 ຈະ​ມາ​ເຖິງ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງອຸດ​ສາ​ຫະ​ກຳ - ການ​ຄ້າ ຫວູ​ຮູຍ​ຮ່​ວາງ ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຂະ​ໜາດ​ໃຫຍ່​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ​ສອງ​ປະ​ເທດ ເພື່ອ​​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດນີ້​ນຳ​ແໜ້ນ​ສະ​ພາບ​ການ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ອຸ່ນ​ອ່ຽນ​ໃຈແນ​ໃສ່​ຍູ້​ແຮງ​ການ​ພົວ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ສະ​ຫະ​ພັນ​ລັດ​ເຊຍ - ຫວຽດ​ນາມ

 

ຂ່າວ/ບົດ​ອື່ນ