(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 28/8, ຢູ່ນະຄອນຫລວງ ວຽງຈັງ, ສູນວັດທະນະທຳ ຫວຽດນາມ ຢູ່ ລາວ ຈັດຕັ້ງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງຕັ້ງສູນວັດທະນະທຳ. ກ່າວຄຳເຫັນທີ່ພິທີ, ທ່ານ ບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫຼງຂ່າວ - ວັດທະນະທຳ ແລະ ທ່ອງທ່ຽວ ລາວ ໃຫ້ຮູ້ວ່າ: ໃນ 20 ປີຜ່ານມາ, ສູນວັດທະນະທຳ ຫວຽດນາມ ຢູ່ ລາວ ໄດ້ກາຍເປັນຂົວເຊື່ອມຕໍ່ສຳຄັນໃນການພົວພັນທາງການທູດວັດທະນະທຳ ຫວຽດນາມ - ລາວ, ເຮັດໜ້າທີ່ໂຄສະນາເຜີຍແຜ່ເປັນຢ່າງດີ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບຂໍ້ມູນຂ່າວ - ວັດທະນະທຳຂອງປະຊາຄົມຊາວ ຫວຽດນາມ ພວມດຳລົງຊີວິດທຳມາຫາກິນຢູ່ ລາວ. ສູນໄດ້ກາຍເປັນນັດພົບທີ່ໄວ້ເນື້ອເຊື່ອໃຈໃຫ້ພະນັກງານ, ປະຊາຊົນ ລາວ ແລະ ປະຊາຄົມຊາວ ຫວຽດນາມ ຢູ່ຫ່າງຈາກບ້ານເກີດເມືອງນອນ. ພິເສດ, ສູນໄດ້ປະຕິບັດການເຜີຍແຜ່ພາສາ ຫວຽດນາມ ໃຫ້ພະນັກງານລັດຖະກອນ ແລະ ປະຊາຊົນ ລາວ, ຮັກສາພາສາ ຫວຽດນາມ ແລະ ວັດທະນະທຳ ຫວຽດນາມ ໃນປະຊາຄົມຊາວ ຫວຽດນາມ ຢູ່ ລາວ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ບັນດາສ່ວນບຸກຄົນ ແລະ ໝູ່ຄະນະທີ່ມີຄຸນງາມຄວາມດີປະກອບສ່ວນໃຫ້ການພັດທະນາຂອງສູນວັດທະນະທຳ ຫວຽດນາມ ຢູ່ ລາວ ໃນຕະຫລອດ 20 ປີຜ່ານມາ.