ສູນວິທະຍາສາດຊຸກຍູ້ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດແຫ່ງຊາດ
(VOVWORLD) - ແຕ່ວັນ 19 – 21 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ຈະດຳເນີນກອງປະຊຸມປະຈຳປີຂອງສະຫະສະມາຄົມບັນດາສູນວິທະຍາສາດ ອາຊີ ຄັ້ງທີ 21 (ASPA 21).
ການປະຊຸມຂ່າວໄດ້ຈັດຕັ້ງຢູ່ນະຄອນໂຮ່ຈີມິນ |
ກອງປະຊຸມປະຈຳປີ ASPA ແມ່ນເຫດການພົ້ນເດັ່ນທີ່ສຸດຂອງສະຫະສະມາຄົມບັນດາສູນວິທະຍາສາດ ອາຊີ ປະຈຳປີ, ເຕົ້າໂຮມບັນດານັກຄຸ້ມຄອງບັນດາສູນວິທະຍາສາດ - ເຂດເຕັກໂນໂລຢີສູງ, ນັກວິທະຍາສາດມີອິດທິພົນຊື່ສຽງ ແລະ ການນຳຂັ້ນສູງຂອງບັນດາອົງການວິທະຍາສາດ - ເຕັກໂນໂລຢີໃນພາກພື້ນ ອາຊີ ແລະ ໂລກ. ຄາດວ່າ, ມີເກືອບ 30 ບົດປະກອບຄວາມເຫັນໄດ້ນຳສະເໜີຈາກບັນດານັກຊ່ຽວຊານພາຍໃນ ແລະ ຕ່າງປະເທດ. ປອ ເລຮ່ວາຍກວກ, ຫົວໜ້າຄະນະຄຸ້ມຄອງເຂດເຕັກໂນໂລຢີສູງນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
“ນີ້ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດມີຄວາມເອົາໃຈໃສ່ມາເຂົ້າຮ່ວມເພື່ອເຫັນໄດ້ທ່າອ່ຽງການພັດທະນາ ແລະ ບັນດາວິສາຫະກິດມີໂອກາດເພື່ອພົບປະກັນ, ຊອກຫາກາລະໂອກາດລົງທຶນເພື່ອສາມາດຖ່າຍທອດເຕັກໂນໂລຢີ ຫຼື ຮ່ວມມືລົງທຶນການຄ້າ ບັນດາຜະລິດຕະພັນໃໝ່. ນີ້ຍັງແມ່ນໂອກາດເພື່ອໃຫ້ປະເທດເຈົ້າພາບແນະນຳບັນດາຜະລິດຕະພັນໃໝ່ຂອງຕົນ ແລະ ຊອກຫາກາລະໂອກາດຮ່ວມມືສາກົນ.”