ສິ້ນສຸດກອງປະຊຸມສຸດຍອດອາຊຽນຄັ້ງທີ 20

ສິ້ນສຸດກອງປະຊຸມສຸດຍອດອາຊຽນຄັ້ງທີ 20 - ảnh 1
ກອງປະຊຸມຄົບຄະນະ
(ພາບ: chinhphu.vn)

(vovworld) - ພາຍ​ຫຼັງ​ດຳ​ເນີນ​ມາ​ເປັນ​ເວລາ 2 ວັນ, ຕອນ​ເຊົ້າວັນ​ທີ 4/4 ຢູ່​ນະຄອນຫຼວງ​ພະນົມ​ເປັນ ​ແຫ່ງ​ລາຊະ​ອານາ​ຈັກ ກຳປູ​ເຈຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ວົງແຄບ ​ແລະ ພິທີ​ອັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20. ທ່າ​ນາ​ຍົກ​ລັດຖະມົນຕີ​ຫວຽດນາມ Nguyen Tan Dung  ​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ສຳຄັນ​ທີ່​ວາລະ​ປະຊຸມ​ນີ້.

        ​ເມື່ອ​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ການ​ຢູ່​ພາກ​ພື້ນ​ທີ່​ກອງ​ປະຊຸມວົງ​ແຄບ, ບັນດາ​ການ​ນຳ​ຖື​ວ່າ: ອາ​ຊຽນຄວນ​ສືບ​ຕໍ​ບັນດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ເພື່ອ​ສັນຕິພາບ, ຄວາມ​ໝັ້ນ​ຄົງ ​ແລະ ພັດທະນາ​ລວມຢູ່​ພາກ​ພື້ນ, ພ້ອມ​ທັງ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​​ໃຈກາງ​ຢູ່ພາກພື້ນ ​ເພື່ອ​ບັນດາ​ຄາດໝາຍ​ດັ່ງກ່າວ, ພິ​ເສດ​ແມ່ນ ​ໃນ​ສະພາບ​ການທີ່​ພາກ​ພື້ນ​ພວມ​ເຫັນ​ປະຈັກ​ຕາ​ບັນດາ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ ທີ່ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ສະຫະ​ສະມາຄົມ.

        ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ສືບ​ຕໍ​​ເພີ່ມ​ທະວີ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ອາ​ຊຽນ ຜ່ານ​ບັນດາ​ຂອບ​ເຂດ ອາ​ຊຽນ +1, ອາ​ຊຽນ +3, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ (ຫຼື EAS), ARF, ADMM+.​​..​ ສົ່ງ​ເສີມ​ບັນດາ​ຄູ່​ຮ່ວມ​ມື​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ບັນດາ​ຄາດໝາຍ​ລວມ ​ແມ່ນ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ຮ່ວມມື​ພັດທະນາ​​ໃນພາກ​ພື້ນ ກໍ​ຄື​​ຊ່ວຍ​ເຫຼືອ​ອາ​ຊຽນ ກໍ່ສ້າງ​ປະຊາ​ຄົມ ​ແລະ ຮັກສາ​ບົດບາດ​ໃຈກາງ​ໃນ​ໂຄງ​ປະກອບ​ຮ່ວມ​ມື​ໃນ​ພາກ​ພື້ນ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ, ລັກສະນະ​ສະ​ເພາະ​ຂອງ​ພາກ​ພື້ນ.

ສິ້ນສຸດກອງປະຊຸມສຸດຍອດອາຊຽນຄັ້ງທີ 20 - ảnh 2
ທ່ານນາຍົກລັດຖະມົນຕີ Nguyen Tan Dung ມີບົດກ່າວປາໄສຕ່າງໆ ທີ່ກອງປະຊຸມ
(ພາບ: chinhphu.vn)

ກ່ຽວ​ກັບ​ບັນຫາທະ​ເລ​ຕາ​ເວັນ​ອອກ, ບັນດາ​ການ​ນຳ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນທະ​ເລ, ​ເຄົາລົບ​ນັບຖື​ບັນດາ​ຫຼັກການ​ຂອງ​​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນ​ທິສັນ​ຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ຂອງ​ສະຫະ​ປະຊາ​ຊາດ (ຫຼື UNCLOS), ປະຕິບັດ​ DOC ຢ່າງ​ຄົບ​ຖ້ວນ, ອາ​ຊຽນຄວນ​ເຫັນ​ດີ​ເປັນ​​ເອກະສັນ​ກັນ​ກ່ຽວ​ກັບ​ບັນດາ​ປັດ​ໄຈ​ໃນ​ລະບຽບ​ການ COC, ​ເປັນ​ພື້ນຖານ​ເພື່ອ​ໃຫ້​ອາ​ຊຽນ​ແລກປ່ຽນ​ກັບ​ຈີນ.

        ກໍ​ທີ່​ກອງ​ປະຊຸມວົງ​ແຄບ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ກ່າວ​ປາ​ໄສ​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ສຳຄັນ​ຂອງ​ກອງ​ປະຊຸມ ​ແລະ ມີບັນດາ​ຂໍ້​ສະ​ເໜີ​ສຳຄັນ, ​ໂດຍສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​​ພາກ​ພື້ນ​ທີ່ມີ​ຄວາມ​ສົນ​ໃຈ, ທະ​ເລ​ຕາ​ເວັນ​ອອກ, ການຮ່ວມ​ມື​ອະນຸ​ພາກ​ພື້ນ​, ​ໃນ​ນັ້ນ​ມີ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ, ​ເພີ່ມ​ທະວີ​ບົດບາດ​ຂອງ​ອາ​ຊຽນ​ໃນ​ການຮັບ​ມື​ກັບ​ບັນດາ​ການ​ທ້າ​ທາ​ຍທີ່​ພວມ​ວາງ​ອອກ​ຄື: ​ໄພພິບັ​ດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄວາມ​ປອດ​ໄພ​ທາງ​ທະ​ເລ, ສະ​ເໜີ ອາ​ຊຽນມີຖະ​ແຫຼ​ງການ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ແຫຼ່ງຊັບພະຍາກອນນຳ້​ຢູ່​ພາກ​ພື້ນ, ກ່ຽວ​ກັບ​ການ​ເພີ່ມທະວີ​ບັນດາ​ການ​ພົວພັນຕ່າງປະ​ເທດ​ຂອງ​ອາ​ຊຽນ ​ແລະ ​ໂອ້​ລົມ​ສົນທະນາ​ທົ່ວ​ໂລກ​ຂອງອາ​ຊຽນ.

        ທີ່​ພິທີ​ອັດ​ກອງ​ປະຊຸມ, ການ​ນຳ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຮັບຮອງ​ເອົາ ຖະ​ແຫຼ​ງການ​ຮ່ວມ ກໍ​ຄື​ບັນດາ​ບົດ​ລາຍ​ງານ ​ແລະ ​ເອກະສານ​ທີ່​ກ່ຽວຂ້ອງ ​ເພື່ອ​ແນ​ໃສ່​ກຳນົດ​ທິດ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ອາ​ຊຽນ​ໃນ​ໄລຍະ​ຈະ​ມາ​ເຖິງ. ກຳປູ​ເຈຍ, ປະທານ​ອາ​ຊຽນ ປີ 2012 ກໍ​ໄດ້​ອອກ​ຖະ​ແຫຼ​ງການ​ປະທານ​ກ່ຽວ​ກັບ​ບັນດາ​ໝາກຜົນ​ສຳຄັນ​ຂອງ​ກອງ​ປະຊຸມ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່າ​ນນາຍົກລັດຖະມົນຕີ Nguyen Tan Dung ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽ​ດນາມ ​ເດີນທາງ​ອອກ​ຈາກ​ນະ​ຄອນ​ຫຼວງ​ພະນົມ​ເປັນ​ກັບ​ເມືອ​ປະ​ເທດ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 20 ຢ່າງ​ຈົບງາມ.


ຂ່າວ/ບົດ​ອື່ນ