(vovworld) - ການເລືອກຕັ້ງປະທານາທິບໍດີ ອາເມລິກາ ຄັ້ງທີ 45 ໄດ້ອັດລົງ. ໝາກຜົນການເລືອກຕັ້ງໄດ້ຮັບການປະກາດໃນເວລາ 8 ໂມງຄ່ຳຕາມເວລາວໍຊິງຕັນ. ການຊ່ວງເສັງນີ້ບາງເທື່ອຜູ້ມີສິດເລືອກຕັ້ງຕ້ອງລໍຖ້າຕື່ມອີກໄລຍະຫນຶ່ງຈຶ່ງວ່າ ໄຜຈະເປັນຜູ້ໄດ້ຮັບໄຊຊະນະ. ຄວາມຈິງແລ້ວ, ວິວັດການນັບດບັດຢູ່ບັນດາລັດຍຸດທະສາດແມ່ນຈຸດເວລາເຄັ່ງຕຶງທີ່ສຸດສຳລັບຜູ້ອອກສະໝັກຮັບເລືອກຕັ້ງສອງທ່ານ ເພາະວ່າຢູ່ເຂດນີ້ ຜູ້ມີສິດເລືອກຕັ້ງໄດ້ປ່ອນບັດສະຫນັບສະຫນູນໃຫ້ແກ່ທັງສອງທ່ານແມ່ນສະເຫມີກັນ. ບັນດາລັດຍຸດທະສາດສິ້ນສຸດການປ່ອນບັດທຳອິດແມ່ນ ລັດ Virginia ແລະ ລັດ Florida ໃນເວລາ7 ໂມງຄ່ຳ, ຫລັງຈາກນັ້ນເຄິ່ງຊົ່ວໂມງແມ່ນລັດ Ohio. 3 ລັດນີ້ກວມຈຳນວນບັດເຄິ່ງຫນຶ່ງຂອງຜູ້ມີສິດເລືອກຕັ້ງໃນ 9 ລັດທີ່ສວມບົດບາດຕັດສິນຊີ້ຂາດຕໍ່ການເລືອກຕັ້ງໃນປີນີ້. ສ່ວນຢູ່ລັດ Nevada, ໝາກຜົນການສຳຫລວດຢູ່ຫ້ອງເລືອກຕັ້ງໃຫ້ເຫັນວ່າ: ອັດຕາສ່ວນຜູ້ສະຫນັບສະຫນູນ ທ່ານ Obama ແລະ ທ່ານ Romney ແມ່ນສະເຫມີກັນ. ຕາມໝາກຜົນຈາກການສຳຫຼວດຄັ້ງຫລ້າສຸດແລ້ວ, ທ່ານ Romney ຮັບໄຊຊະນະຢ່າງຫນອ້ຍສຸດຢູ່ 4 ລັດໃນຈຳນວນລັດຍຸດທະສາດລວມມີ: Florida ດ້ວຍບັດສະຫນັບສະຫນູນ 29 ບັດຈຶ່ງສາມາດກາຍເປັນປະທານາທິບໍດີ ອາເມລິກາໄດ້. ໃນຂະນະນັ້ນ ທ່ານ Obama ພຽງຍາດໄຊຊະນະຢູ່ລັດ Florida ຫລືລັດ Ohio ແລະ Wisconsin, ຫລືລັດ Ohio ແລະ Virginia ກໍ່ຈະກາຍເປັນປະທານາທິບໍດີອາເມລິກາ.