(ພາບປະກອບ:thanhnien.com.vn)
(vovworld)- ແຕ່ວັນທີ 22/6-6/7, ຢູ່ນະຄອນ Medan, ເມືອງເອກຂອງແຂວງ Sulawesi ປະເທດອິນໂດເນເຊຍ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (SOM) ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 3000 ທ່ານທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ. ນີ້ແມ່ນກອງປະຊຸມ SOM APEC ຄັ້ງທີ 3 ໃນປີນີ້ ແລະ ກໍ່ແມ່ນກອງປະຊຸມຄັ້ງສຸດທ້າຍເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມສຸດຍອດ APEC ຊື່ງຈະຈັດຂຶ້ນໃນເດືອນ 10/2013 ຢູ່ເກາະທ່ອງທ່ຽວບາລີ ປະເທດອິນໂດເນເຊຍ. ກອງປະຊຸມ SOM APEC ຄັ້ງທີ 3 ໄດ້ເຫັນດີເປັນເອກະສັນກ່ຽວກັບຄວາມຈຳເປັນສືບຕໍ່ວິວັດການຫັນເປັນການຄ້າເສລີໃນ APEC ເພື່ອແນໃສ່ຊຸກຍູ້ການເຕີບໂຕດ້ານເສດຖະກິດ. ທີ່ກອງປະຊຸມ SOM APEC ປີນີ້, ອິນໂດເນເຊຍ ຊື່ງແມ່ນປະເທດເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC ໄດ້ສະເໜີ 19 ຂໍ້ລິເລີ່ມກ່ຽວຂ້ອງເຖິງການເຊື່ອມຈອດ, ການຫັນເປັນການຄ້າເສລີ, ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງເຂົ້າກັບພາກພື້ນ….ໄດ້ຮັບການສະໜັບສະໜູນຈາກບັນດາພື້ນຖານເສດຖະກິດສະມາຊິກ APEC.