(vovworld) - ວັນທີ 25/04, ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມງານວາງສະແດງສິນໃນນ້ຳທົ່ວໂລກ ຄັ້ງທີ 25 ຢູ່ແບນຊິກ, ດ້ວຍຫົວຂໍ້ວ່າ “ຫວຽດນາມ - ຊາຍຄາລວມຂອງສິນໃນນ້ຳອາຊີ” ເພື່ອແນໃສ່ສົ່ງສານກ່ຽວກັບຄວາມມີຫຼາຍຮູບຫຼາຍແບບ ແລະ ຄຸນນະພາບຂອງຂະແໜງສິນໃນນ້ຳຫວຽດນາມ ສຳລັບລູກຄ້າເອີລົບ ແລະ ໂລກ. ງານວາງສະແດງສິນໃນນ້ຳທົ່ວໂລກ 2017, ຖືກດຳເນີນໃນລະຫວ່າງວັນທີ 25 – 27/04, ສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳຫວຽດນາມ (VASEP) ໄດ້ວາງສະແດງບັນດາສິນຄ້າທີ່ມີທ່າແຮງຂອງຫວຽດນາມຄື: ປາຈາ, ກຸ້ງ, ປາ tilapia…. ເນື່ອງໃນໂອກາດນີ້, VASEP ຈັດຕັ້ງການປະຊຸມຂ່າວກ່ຽວກັບປາຈາ ໃນຊຸມມື້ທຳອິດຂອງງານວາງສະແດງ ເພື່ອແນໃສ່ສະໜອງຂໍ້ມູນຢ່າງຄົບຖ້ວນ, ຈະແຈ້ງ ແລະ ຊັດເຈນກ່ຽວກັບສະພາບການປຸງແຕ່ງ ແລະ ສົ່ງອອກປາຈາຫວຽດນາມ ໃຫ້ບັນດາຄູ່ຮ່ວມມືເອີລົບ.