ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ ຫງວຽນ​ຟູ​ຈ້ອງ ແລະ ທ່ານສີ​ຈິ້ນ​ຜິ​ງ
(ພາບ: TTXVN)

(vovworld) – ຕອນ​ຄຳ​ວັນ​ທີ 5/11, ຢູ່​ສູນ​ປະຊຸມ​ສາກົນ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ແລະ ພັນ​ລະ​ຍາ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ງານ​ລ້ຽງ ຮອງ​ຮັບ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ​ແລະ ພັນ​ລະ​ຍາ, ພ້ອມກັບ​ບັນດາ​ສະມາຊິກ​ໃນຄະນະ​ຜູ້​ແທນ​ຂັ້ນ​ສູງ​ຂອງພັກ, ລັດ ຈີນ. ກ່າວ​ຄຳ​ເຫັນຊົມ​ເຊີຍ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: “ 2 ປະ​ເທດ ຫວຽດນາມ - ຈີນ ມີ​ນ້ຳ​ໃຈ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອມາ​ແຕ່​ດົນ​ມາ​ແລ້ວ, ປະຊາຊົນ 2 ປະ​ເທດ​ມີ​ການ​ພົວພັນ​ສະໜິດ​ຕິດ​ພັນກັນ.ຫວຽດນາມ ຍາມ​ໃດ​ກໍມີ​ຄວາມ​ພ້ອມກັບ ຈີນ ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ, ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​​​ເລິກ​ເຊິ່ງ  ກ​້ວາງ​ຂວາງຢ່າງ​ບໍ່​ຢຸດ​ຢັ້ງກ່ວາ​ອີກ.

        ​ໃນ​ຄຳ​ຕອບ, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິ​ງ ຊີ້​ແຈ້ງວ່າ: 2 ປະ​ເທດ ຈີນ ​ແລະ ຫວຽດນາມ ລ້ວນ​ແຕ່​ຍຶດໝັ້ນ​ຢູ່ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ​ກອມ​ມູນິດ, ຍຶດໝັ້ນ​ເສັ້ນທາງ​ສັງຄົມ​ນິຍົມ, 2 ຝ່າຍ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ຮ່ວມ​ມື, ພ້ອມ​ກັນ​ພັດທະນາ, ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ, ມີ​ຜົນ​ປະ​ໂຫຍ​ດ​ຕໍ່ສັນຕິພາບ, ສະຖຽນ​ລະ​ພາບ, ການພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໂລກ. ຝ່າຍ​ ຈີນ ໝັ້ນ​ໝາຍ​ກັບ​ຝ່າຍ ຫວຽດນາມ, ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຈີນ - ຫວຽດນາມ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ຂ່າວ/ບົດ​ອື່ນ