ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ

(VOVWORLD) - ຕາມຖະແຫຼງການຮ່ວມແລ້ວ, ການນຳສອງທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ ແລະ ໄທ.
ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ຫວຽດນາມ - ໄທ - ảnh 1ທ່ານ ຫງວຽນຊວນຟຸກ, ປະທານປະເທດ ສສ ຫວຽດນາມ ພ້ອມພັນລະຍາ ແລະ ທ່ານນາຍົກລັດຖະມົນຕີ ໄທ ພ້ອມພັນລະຍາ

ວັນທີ 16 ພະຈິກ, ທ່ານ ຫງວຽນຊວນຟຸກ, ປະທານປະເທດ ສສ ຫວຽດນາມ ໄດ້ໄດ້ຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ. ເນື່ອງໃນໂອກາດນີ້, ສອງປະເທດໄດ້ອອກຖະແຫຼງການຮ່ວມ ຫວຽດນາມ - ໄທ. ຖະແຫຼງການຢັ້ງຢືນວ່າ: ປີ 2023, ຫວຽດນາມ ແລະ ໄທ ຈະສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 – 2023), ເຫດການນີ້ໄດ້ເປີດໄລຍະໃໝ່ໃນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງແຮງກ່ວາອີກ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ.

        ຕາມຖະແຫຼງການຮ່ວມແລ້ວ, ການນຳສອງທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ ແລະ ໄທ. ໃນນັ້ນ, ສອງຝ່າຍຈະມານະພະຍາຍາມເສີມຂະຫຍາຍຂອບເຂດນະຄອນແຮກສ່ຽວລະຫວ່າງບັນດາທ້ອງຖິ່ນສອງປະເທດໃຫ້ໄດ້ຫຼາຍທີ່ສຸດເພື່ອແນໃສ່ຊຸກຍູ້ການພົວພັນແລກປ່ຽນປະຊາຊົນໃຫ້ນັບມື້ນັບເລິກເຊິ່ງ ແລະ ກ້ວາງຂວາງ, ພິເສດແມ່ນລະຫວ່າງລຸ້ນໜຸ່ມສອງປະເທດ; ເພີ່ມທະວີການພົວພັນຄູ່ຮ່ວມມືໃນບັນຫາພາກພື້ນ ແລະ ສາກົນ. ເພື່ອແນໃສ່ຊຸກຍູ້ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດຢ່າງແຮງກ່ວາອີກ, ການນຳສອງທ່ານໄດ້ມອບໃຫ້ບັນດາອົງການກ່ຽວຂ້ອງຫັນບັນດາເອກະສານ, ລະບຽບການນຳເຂົ້າ - ສົ່ງອອກ ເປັນງ່າຍດ່າຍ; ສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວການຄ້າຂ້າມຊາຍແດນ ແລະ ສິນຄ້າຜ່ານແດນຢູ່ປະເທດທີສາມ; ແກ້ໄຂບັນດາບັນຫາຄົງຄ້າງກ່ຽວກັບການລົງທຶນ; ພ້ອມທັງຄົ້ນຄ້ວາບັນດາຂົງເຂດຮ່ວມມືໃໝ່ເພື່ອຊຸກຍູ້ການລົງທຶນສອງຝ່າຍກ່ວາອີກ.

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຮ່ວມມືກັນແໜ້ນແຟ້ນເພື່ອຊຸກຍູ້ບົດບາດໃຈກາງ ແລະ ຄວາມມານະພະຍາຍາມຂອງ ອາຊຽນ ໃນການແກ້ໄຂບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນ. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຊາ ກໍ່ຢັ້ງຢືນຄືນໃໝ່ກ່ຽວກັບຄວາມສຳຄັນຂອງການຮັກສາ, ຊຸກຍູ້ສັນຕິພາບ, ຄວາມສະຫງົບ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ກໍ່ຄືບັນດາຜົນປະໂຫຍດຂອງການຮັກສາທະເລຕາເວັນອອກໃຫ້ເປັນເຂດທະເລແຫ່ງ ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ