ສືບ​ຕໍ່​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ ຫວຽດ​ນາມ ໃນ​ເວ​ທີ UNESCO

(VOVWORLD) -  ວັນທີ 12 ມັງກອນ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ທິດທາງແຜນການປີ 2022. ໂດຍທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ດັ້ງຮວ່າງຢາງ - ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ເປັນປະທານກອງປະຊຸມ.
ສືບ​ຕໍ່​ຊຸກ​ຍູ້​ຜົນ​ປະ​ໂຫຍດ​ຂອງ ຫວຽດ​ນາມ ໃນ​ເວ​ທີ UNESCO - ảnh 1ກອງປະຊຸມສະຫຼຸບວຽກງານປີ 2021 ແລະ ທິດທາງແຜນການປີ 2022 (ພາບ: VOV5)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິຮົ່ງເວິນ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO,ໃຫ້ຮູ້ວ່າ:

        “ຫວຽດນາມ ຍາມໃດກໍໄດ້ຮັບການຕີລາຄາສູງ ຈາກອົງການ UNESCO ແລະ ບັນດາປະເທດສະມາຊິກ ຍ້ອນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຜັນຂະຫຍາຍໂຄງການຮ່ວມມືຂອງ UNESCO ຢ່າງມີປະສິດທິຜົນທີ່ສຸດ. ພວກເຮົາກໍມີປະສົບການໃນການເຂົ້າຮ່ວມບັນດາອົງການບໍລິຫານຂອງ UNESCO ໃນອາຍຸການກ່ອນ. ປະສົບການເຫຼົ່ານັ້ນ ຈະເປັນພື້ນຖານທີ່ດີເພື່ອໃຫ້ ຫວຽດນາມ ສືບຕໍ່ເຂົ້າຮ່ວມ, ຍົກສູງລະດັບການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນວຽກງານຂອງ UNESCO ກໍຄືປະຊາຄົມສາກົນໃນໄລຍະຈະມາເຖິງ”.

        ກອງປະຊຸມໄດ້ວາງອອກມາດຕະການຜັນຂະຫຍາຍປີ 2022 ແນໃສ່ຊຸກຍູ້ການປົກປ້ອງຜົນໂຫຍດແຫ່ງຊາດ, ໂຄສະນາພາດພົດຂອງປະເທດຊາດ, ປະຊາຊົນ ຫວຽດນາມ, ຢັ້ງຢືນ ສີສັນ, ຄຸນຄ່າວັດທະນະທຳຂອງ ຫວຽດນາມ ທີ່ມີຕໍ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ