ສືບຕໍ່ຍູ້ແຮງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານຫວຽດນາມ- ສະຫະພັນລັດເຊຍ.
ຫວຽດນາມ-ສະຫະພັນລັດເຊຍ
ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ
(ພາບ:vov.vn)
(vovworld) – ການພັດທະນາຢ່າງແຮງຂອງການພົວພັນເຈລະຈາການເມືອງລັດເຊຍ-ຫວຽດນາມ ໄດ້ຢັງຢືນອີກເທື່ອໜຶ່ງລັກສະນະພິເສດເລິກເຊິ່ງໃນການພົວພັນລັດເຊຍ-ຫວຽດນາມ ແລະ ຄວາມຕັດສິນໃຈຂອງສອງຝ່າຍໃນການສືບຕໍ່ຍູ້ແຮງການພົວພັນສອງຝ່າຍ. ນັ້ນແມ່ນຄຳເຫັນຂອງທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳຫວຽດນາມ A.G.Kovtun ທີ່ການປະຊຸມຂ່າວກ່ຽວກັບໝາກຜົນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍ ປີ 2012 ຊື່ງຈັດຂຶ້ນໃນຕອນເຊົ້າວັນທີ 28/12 ທີ່ຮ່າໂນ້ຍ. ນະທີ່ນີ້, ທ່ານ A.G.Kovtun ເນັ້ນໜັກວ່າ:
“ບັນດາການພົວພັນລະຫວ່າງລັດເຊຍ-ຫວຽດນາມ ກາຍເປັນການພົວພັນຮອບດ້ານຢ່າງແທດຈິງ, ພວມພັດທະນາຕາມຫຼາຍທິດສຳຄັນ. ການພົວພັນສອງປະເທດມີລັກສະນະເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ເຄົາລົບນັບຖືບັນດາມູນເຊື້ອຂອງກັນ ແລະ ມີອາລົມຈິດຄວາມຮັກແພງກັນ. ຂ້າພະເຈົ້າເນັ້ນນັກວ່າ: ການພັດທະນາການພົວພັນກັບຫວຽດນາມ ຍັງແມ່ນການໃຫ້ບຸລິມະສິດອັນດັບໜຶ່ງໃນນະໂຍບາຍການຕ່າງປະເທດຂອງລັດເຊຍ ຢູ່ອາຊີ ແລະ ມັນຕອບສະໜອງຜົນປະໂຫຍດຂອງທັງສອງຊາດພວກເຮົາເວົ້າສະເພາະ, ມີຜົນປະໂຫຍດໃຫ້ພາກພື້ນອາຊີ-ປາຊີຟິກເວົ້າລວມ“