ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນປະທານໂຮ່ຈິມິນ
(ພາບປະກອບ)
(vovworld) - ວັນທີ 16/5 ຈະມາເຖິງ, ຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ຈະຈັດຕັ້ງກອງປະຊຸມທົ່ວປະເທດຜ່ານເຄືອຂ່າຍ ອິນເຕີແນດ, ເພື່ອສະຫຼຸບ 5 ປີແຫ່ງການປະຕິບັດຄຳສັ່ງ 03 ຂອງກົມການເມືອງ, ຊຸດທີ 11 ກ່ຽວກັບ “ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ”. ໃນ 5 ປີຜ່ານມາ, ເລື່ອງ ປະຕິບັດຄຳສັ່ງ 03 ຂອງກົມການເມືອງສາມາດບັນລຸໄດ້ໝາກຜົນໃນເບື້ອງຕົ້ນທີ່ສຳຄັນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດມະຕິສູນກາງທີ 4 ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“ ແລະປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກຢ່າງມີໄຊ. ການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ ໄດ້ກາຍເປັນວຽກງານປະຈຳຂອງຫຼາຍໝູ່ຄະນະ, ສ່ວນບຸກຄົນ, ປະກອບສ່ວນເພີ່ມອັນທີ່ດີຂຶ້ນຕື່ມ ແລະ ຍູ້ອັນຊົ່ວຮ້າຍໃຫ້ຖອຍໄປ; ປະຕິບັດໜ້າທີ່ການເມືອງຂອງທ້ອງຖີ່ນ, ອົງການ, ຫົວໜ່ວຍເປັນຢ່າງດີ. ໃນທົ່ວປະເທດໄດ້ປະກົດມີຫຼາຍແບບຢ່າງພະນັກງານ, ສະມາຊິກພັກທີ່ດີເດັ່ນ, ມີຄວາມສຸດຈິດສຸດໃຈ, ມີການປ່ຽນແປງແບບແຜນການເຮັດວຽກ, ໃກ້ຊິດຕິດແທດກັບສະພາບຕົວຈິງ, ຍົກສູງສະຕິຮັບໃຊ້ປະຊາຊົນ, ໄດ້ຮັບການຮັບຮອງຈາກປະຊາຊົນ, ປະກອບສ່ວນປັບປຸງຄວາມເຊື່ອງໝັ້ນຂອງປະຊາຊົນຕໍ່ພັກ ແລະ ລັດ.ກອງປະຊຸມຈະຕີລາຄາຜົນງານ, ສິ່ງຈຳກັດ, ສາຍເຫດ ແລະ ບັນດາບົດຮຽນທີ່ຖອດຖອນມາໄດ້ພາຍຫຼັງ 5 ປີແຫ່ງການຜັນຂະຫຍາຍການປະຕິບັດຄຳສັ່ງ 03; ກຳນົດໜ້າທີ່, ມາດຕະການຈຸດສຸມ, ສືບຕໍ່ຍູ້ແຮງການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານ ໂຮ່ຈິມິນໃນໄລຍະຈະມາເຖິງ.