ສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ສະເໜີໃຫ້ບັນດາສະມາຊິກໃນຄະນະຊີ້ນຳ ຊຸມໃສ່ເຂົ້າໃນວຽກງານບຸກຄະລາກອນຂອງກອງປະຊຸມໃຫຍ່

ສືບຕໍ່ຍູ້ແຮງວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ

 (ພາບ: TTXVN)

ຕອນເຊົ້າວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ຈັດກອງປະຊຸມພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນຳ ເພື່ອປຶກສາຫາລື, ປະກອບຄຳເຫັນສຳລັບບາງຄະດີ, ກໍລະນີຂຶ້ນກັບຄະນະຊີ້ນຳຕິດຕາມ, ຊີ້ນຳ ພາຍຫຼັງກອງປະຊຸມຄັ້ງທີ 17 ມາຮອດປະຈຸບັນ ແລະ ບາງເນື້ອໃນສຳຄັນອື່ນໆ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ໄດ້ຍ້ອງຍໍຊົມເຊີຍບັນດາສະມາຊິກຄະນະຊີ້ນຳ, ບັນດາອົງການທີ່ມີພາລະໜ້າທີ່ໄດ້ເອົາໃຈໃສ່ປະຕິບັດການແກ້ໄຂບັນດາຄະດີ, ກໍລະນີຂຶ້ນກັບຄະນະຊີ້ນຳຕິດຕາມ, ຊີ້ນຳຢ່າງຖືກຕ້ອງຕາມຄວາມຄືບໜ້າ, ໂດຍສະເພາະໃນສະພາບເກີດໂລກລະບາດໂຄວິດ-19 ທີ່ມີການຜັນແປຢ່າງສັບສົນ. ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ ສະເໜີໃຫ້ບັນດາສະມາຊິກໃນຄະນະຊີ້ນຳ ຊຸມໃສ່ເຂົ້າໃນວຽກງານບຸກຄະລາກອນຂອງກອງປະຊຸມໃຫຍ່, ສືບສວນແຕ່ລະກໍລະນີຢ່າງຈະແຈ້ງ ຖ້າຫາກມີໃບຮ້ອງຟ້ອງ, ກ່າວຟ້ອງ ເພື່ອລາຍງານຕໍ່ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາຢ່າງທັນການ ເພື່ອເລືອກເອົາບັນດາຜູ້ມີຄຸນສົມບັດ, ມີຄວາມເກັ່ງກ້າສາມາດຢ່າງພຽງພໍ ແລະ ສະກັດກັ້ນບັນດາກໍລະນີບໍ່ບັນລຸມາດຕະຖານເຂົ້າຄະນະບໍລິຫານງານສູນກາງພັກ, ກົມການເມືອງໃນອາຍຸການຈະມາເຖິງ…

ຕອບກັບ

ຂ່າວ/ບົດ​ອື່ນ