ສືບຕໍ່ບັນດາການເຄື່ອນໄຫວຢູ່ເວທີປາໄສ Davos 2018

(VOVWORLD) - ບັນດາລັດຖະບານຄວນກໍ່ສ້າງ ແລະ ປັບປຸງບັນດາກົນໄກ, ຮູບການດຶງດູດການລົງທຶນຈາກເອກະຊົນເຂົ້າໃນການພັດທະນາບັນດາຂົງເຂດສັງຄົມ, ຍູ້ແຮງການເຊື່ອມໂຍງ ແລະ ຮ່ວມສຳພັນເສດຖະກິດ
ສືບຕໍ່ບັນດາການເຄື່ອນໄຫວຢູ່ເວທີປາໄສ Davos 2018 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບພະມະເຫສີ ໂຮນລັງ Maxima (ພາບ: TTXVN)

ຕອນບ່າຍວັນທີ 24 ມັງກອນ ແລະ ຕອນເຊົ້າວັນທີ 25 ມັງກອນ (ຕາມເວລາທ້ອງຖິ່ນ), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກອງປະຊຸມປະຈຳປີເວທີປາໄສເສດຖະກິດໂລກ (WEF) ຄັ້ງທີ 48 ໄດ້ດຳເນີນຢູ່ Davos, ປະເທດ ສະວິດ ແລະ ພົບປະກັບບັນດາຄູ່ຮ່ວມມື.

        ກ່າວຄຳເຫັນທີ່ກອງປະຊຸມເຈລະຈາລະຫວ່າງບັນດາການນຳທົ່ວໂລກກ່ຽວກັບຊັບພະຍາກອນການເງິນໃຫ້ການພັດທະນາແບບຍືນຍົງ, ທ່ານ ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຖືວ່າ: ບັນດາລັດຖະບານຄວນກໍ່ສ້າງ ແລະ ປັບປຸງບັນດາກົນໄກ, ຮູບການດຶງດູດການລົງທຶນຈາກເອກະຊົນເຂົ້າໃນການພັດທະນາບັນດາຂົງເຂດສັງຄົມ, ຍູ້ແຮງການເຊື່ອມໂຍງ ແລະ ຮ່ວມສຳພັນເສດຖະກິດ ເພື່ອຍາດແຍ່ງບັນດາແຫຼ່ງທຶນສາກົນ, ສ້າງຕັ້ງ ແລະ ພັດທະນາ ຕະຫລາດບໍລິການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ສິ່ງແວດລ້ອມ, ພະລັງງານຢ່າງໂປ່ງໃສ.

        ຢູ່ນອກກອງປະຊຸມ WEF Davos, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານາທິບໍດີ Guinee ຕາມພິທີການທູດ, ຕ້ອນຮັບພະມະເຫສີ ໂຮນລັງ, ລັດຖະມົນຕີການຕ່າງປະເທດ ອາກຊັງຕິນ, ຂ້າຫລວງໃຫຍ່ການຄ້າສະຫະພາບ ເອີຣົບ (ອີຢູ)…

 

ຕອບກັບ

ຂ່າວ/ບົດ​ອື່ນ