(vovworld) - ໃນ 6 ເດືອນທ້າຍປີ 2012, ສືບຕໍ່ປະຕິບັດນະໂຍບາຍງົບປະມານຢ່າງເຄັ່ງຄັດ, ມີປະສິດທິຜົນ, ມານະພະຍາຍາມສູ້ຊົນ, ເພີ່ມທະວີການຊີ້ນຳວຽກງານເກັບລາຍຮັບເຂົ້າງົບປະມານແຫ່ງລັດ, ສຸມໃສ່ຕ້ານການຮົ່ວໄຫຼໃນການເກັບລາຍຮັບ, ສູ້ຊົນບັນລຸເກີນຄາດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທີ່ສະພາແຫ່ງຊາດໄດ້ຮັບຮອງເອົາ. ນີ້ແມ່ນໜ້າທີ່ໃນ 6 ເດືອນທ້າຍປີ 2012 ທີ່ກະຊວງການເງິນໄດ້ຍົກອອກມາ ທີ່ກອງປະຊຸມສະຫຼຸບສະພາບການເງິນ 6 ເດືອນຕົ້ນປີ ແລະ ວາງອອກໜ້າທີ 6 ເດືອນທ້າຍປີທີ່ຖືກຈັດຂຶ້ນໃນວັນທີ 4/7. ຕາມນັ້ນແລ້ວ, ກະຊວງການເງິນຍູ້ແຮງເລື່ອງແກ້ໄຂບັນດາບ້ວງອາກອນທີ່ຍັງຕິດຄ້າງຢ່າງເດັດຂາດ, ຮັກສາວຽກງານກວດກາ, ກວດກາອາກອນ ເປັນປະຈຳ, ພົບເຫັນ ແລະ ແກ້ໄຂບັນດາການກະທຳທີ່ລະເມີດໃນການຄຸມຄອງອາກອນ ຢ່າງເຂັ້ມງວດທັນການ. ກະຊວງການເງິນສະເໜີໃຫ້ຄຸ້ມຄອງການໃຊ້ຈ່າຍປະຢັດ ແລະ ມີປະສິດທິຜົນ, ເພີ່ມແຫຼ່ງເພີ່ມເຕີມໃຫ້ແກ່ການລົງທຶນພັດທະນາ ແລະ ປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ. ໄປຄຽງຄູ່ກັນນັ້ນ, ກະຊວງ ກໍຮຽກຮ້ອງໃຫ້ບັນດາທ້ອງຖີ່ນຕັ້ງໜ້າປະຕິບັດບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍການຜະລິດດຳເນີນທຸລະກິດ, ສົ່ງເສີມການສົ່ງອອກ, ຈຳກັດການນຳເຂົ້າເກີນດຸນ, ສືບຕໍ່ຍູ້ແຮງວິວັດການຈັດຕັ້ງຫັນລັດວິສາຫະກິດເປັນຫຸ້ນສ່ວນ ແລະ ປ່ຽນໃໝ່ກົນໄກການເງິນ ທີ່ມີຕໍຂົງເຂດວິຊາສະເພາະຂອງລັດ, ເພີ່ມທະວີວຽກງານກວດກາ, ກວດກາການເງິນ, ຕ້ານໄພສໍ້ລາດບັງຫຼວງ, ການຟຸມເຟືອຍ ແລະ ສິ່ງຫຍໍ້ທໍ້.