ສືບຕໍ່ປະຕິບັດນະໂຍບາຍບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີເປັນຢ່າງດີ ວັນຈັນ ທີ 5 ກັນຍາ ຄ.ສ. 2016 | 17:26:21 ທ່ານນາງ ຫງວຽນທິກິມເງິນຢູ່ ສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ (ພາບ: baomoi.com) (vovworld) – ຕອນເຊົ້າວັນທີ 5/9, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ, ເທດສະບານ ລອງຫາຍ, ເມືອງ ລອງດ່ຽນ, ແຂວງ ບ໋າເຣ້ຍ ຫວູງເຕົ່າ, ຢ້ຽມຢາມອະນຸສາວາລີນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົ໋າ. ນອກຈາກການລ້ຽງດູທະຫານເສຍອົງຄະ, ທະຫານເຈັບປວຍແລ້ວ, ແຕ່ລະປີສູນບຳລຸງສຸຂະພາບທະຫານເສຍອົງຄະ ແລະ ຜູ້ມີຄຸນງາມຄວາມດີ ລອງເດີດ ໄດ້ຜັດປ່ຽນກັນລ້ຽງດູຜູ້ມີຄຸນງາມຄວາມດີຂອງບັນດາແຂວງພາກໃຕ້ແຕ່ 2.500 ຮອດ 3.000 ເທື່ອຄົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖືວ່າ ໃນຊຸມປີມໍ່ໆມານີ້, ພັກ ແລະ ລັດສືບຕໍ່ປະຕິບັດນະໂຍບາບບຸລິມະສິດໃຫ້ແກ່ຜູ້ມີຄຸນງາມຄວາມດີ. ສະພາແຫ່ງຊາດໄດ້ປັບປຸງລັດຖະບັນຍັດໃຫ້ແກ່ຜູ້ມີຄຸນງາມຄວາມດີ, ໄລຍະຈະມາເຖິງຈະຍົກລັດຖະບັນຍັດຂຶ້ນເປັນກົດໝາຍວ່າດ້ວຍຜູ້ມີຄຸນງາມຄວາມດີ, ກ່ຽວກັບເປົ້າໝາຍກ” ໄດ້ຮັບການປັບປຸງກ່ວາເມື່ອທຽບໃສ່ບັນດານະໂຍບາຍກົດໝາຍພວມປະກາດໃຊ້. ແລະກໍ່ໃນຕອນເຊົ້າວັນທີ 5/9, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໄປຖະຫວາຍທູບທຽນ ແລະ ຢ້ຽມຢາມອະນຸສາວາລີນັກວິລະຊົນກຳລັງປະກອບອາວຸດປະຊາຊົນ ຫວໍທິເຊົ໋າ ຢູ່ເທດສະບານເດີດໂດ໋, ເມືອງ ເດີດໂດ໋. Tag vovworld ສະພາແຫ່ງຊາດ ຂ່າວ/ບົດອື່ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ ກອງປະຊຸມສົມມຸດຖານ “ສະພາແຫ່ງຊາດໄວເດັກ” ຄັ້ງທີ 2 ມີຫຼາຍເນື້ອໃນໃໝ່ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ການຕ້ອນຮັບ ຄະນະການນຳ Asia Sociey ແລະ ເພື່ອນມິດອາເມລິກາຈຳນວນໜຶ່ງ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ: ການພົວພັນ ຫວຽດນາມ - ອາເມລິກາ ເຫັນປະຈັກຕາບັນດາບາດກ້າວພັດທະນາຢ່າງແຮງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ດຳເນີນບັນດາການພົບປະສອງຝ່າຍ ຢູ່ອາເມລິກາ
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ