ສືບຕໍ່ປ່ຽນແປງໃໝ່ ຂະແໜງສຶກສາ ແລະ ບຳລຸງສ້າງ ໂດຍພື້ນຖານ, ຮອບດ້ານ ວັນພຸດ ທີ 7 ມີນາ ຄ.ສ. 2012 | 18:15:09 ທ່ານລັດຖະມົນຕີ ຟ້າມຫວູ໋ລ້ວນ ຕອບຄຳຖາມ (ພາບ: tuoitre.vn ) ( vovworld ) – ຕອນເຊົ້າວັນທີ 7/3, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟ້າມຫວູ໋ລ້ວນ ໄດ້ໂອ້ລົມສົນທະນາໂດຍກົງທາງເຄືອຍຂ່າຍອິນເຕີແນັດກັບປະຊາຊົນຢູ່ປະຕູຖານຂໍ້ມູນລັດຖະບານ ກ່ຽວກັບບັນດາບັນຫາຄື: ຄຸນນະພາບການສຶກສາຂັ້ນມະຫາວິທະຍາໄລ. ການກວດກາບັນດາມະຫາວິທະຍາໄລບໍ່ສັງກັດລັດ, ການສຶກສາຂັ້ນອະນຸບານ, ກົນໄກບຸລິມະສິດໃຫ້ຄູອາຈານເຂດຫ່າງໄກສອກຫລີກ…ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟ້າມ ຫວູ໋ລ້ວນໄດ້ຍົກອອກບັນດາມາດຕະການເພື່ອແກ້ໄຂ, ຍົກສູງຄຸນນະພາບການສຶກສາບຳລຸງສ້າງ ຊື່ງປະຊາຊົນທົ່ວປະເທດພວມມີຄວາມສົນໃຈ. ຕອບຄຳຖາມກ່ຽວກັບບັນດາໜ້າທີ່ຈຸດສຸມໃນປີ 2012 ເພື່ອແນໃສ່ສືບຕໍ່ປ່ຽນແປງໃໝ່ຂະແໜງສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ, ຮອບດ້ານນັ້ນ, ທ່ານລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຟ້າມຫວູ໋ລ້ວນ ໃຫ້ຮູ້ວ່າ: “ສຳລັບຊັ້ນຮຽນສາມັນ ແລະ ອະນຸບານ ຕ້ອງເພີ່ມທະວີພື້ນຖານດ້ານວັດຖຸ ແລະ ບັນດາເງື່ອນໄຂຮັບປະກັນຄຸນນະພາບການສຶກສາ, ເພີ່ມທະວີດ້ານປະລິມານ, ຍົກສູງຄຸນະພາບບັນລຸມາດຖານຂອງຖັນແຖວຄູອາຈານ, ສືບຕໍ່ຜັນຂະຫຍາຍການສຶກສາໃນຂັ້ນອະນຸບານໃຫ້ເດັກນ້ອຍໃນເກັນອາຍຸ 5 ປີ ທຸກຄົນ, ເອົາໃຈໃສ່ເຖິງການສຶກສາຢູ່ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນໜ້ອຍ“. Tag ຟ້າມຫວູ໋ລ້ວນ ຂ່າວ/ບົດອື່ນ ຫວຽດນາມ ຈະສືບຕໍ່ປ່ຽນແປງໃໝ່, ເຊື່ອມໂຍງໃນສັງກະລາດບືນຕົວຂຶ້ນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມການໂອ້ລົມສົນທະນາກັບບັນດາວິສາຫະກິດແຖວໜ້າ ອາເມລິກາ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ພົບປະກັບທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບປະທານກຸ່ມບໍລິສັດ APM Holding
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ