ສືບຕໍ່ຜັນຂະຫຍາຍພື້ນຖານທາງດ້ານການທູດຮອບດ້ານ, ມີຫົວຄິດປະດິດສ້າງ

(VOVWORLD) -ກອງປະຊຸມການທູດຄັ້ງທີ 30 ດ້ວຍຫົວຂໍ້ວ່າ “ການທູດຫວຽດນາມ: ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກຊຸດທີ 12 ຢ່າງມີໄຊ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 13 ສິງຫາ ຢູ່ຮ່າໂນ້ຍ.

ເຂົ້າຮ່ວມກອງປະຊຸມລວມມີ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ຫງວຽນຟຸຈ້ອງ; ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຜູ້ປະຈໍາ ສູນກາງພັກຄອມມູນິດຫວຽດນາມ ເຈີ່ນກັວກເວື້ອງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພົນເອກ ໂງຊວນລິກ, ທ່ານລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ພົນໂທ ໂຕເລິມ; ບັນດາກໍາມະການກົມການເມືອງ, ເລຂາສູນກາງພັກ, ການນໍາບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ການນໍາຂັ້ນແຂວງ, ນະຄອນ ຂຶ້ນກັບສູນກາງ, ອະດີດການນໍາ, ພະນັກງານຜູ້ອາວຸໂສຂອງກະຊວງການຕ່າງປະເທດຜ່ານບັນດາໄລຍະ; ບັນດາຫົວໜ້າອົງການຕາງໜ້າຫວຽດນາມປະຈໍາຕ່າງປະເທດ ພ້ອມດ້ວຍການນໍາ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງການຕ່າງປະເທດ ຈໍານວນກວ່າ 300 ຄົນ.

ສືບຕໍ່ຜັນຂະຫຍາຍພື້ນຖານທາງດ້ານການທູດຮອບດ້ານ, ມີຫົວຄິດປະດິດສ້າງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່່າງປະເທດຫວຽດນາມ ຟ້າມບິງມິນ ກ່າວຄໍາເຫັນໄຂກອງປະຊຸມ

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່່າງປະເທດຫວຽດນາມ ຟ້າມບິງມິນ ຊີ້ແຈ້ງວ່າ:

     “ດ້ວຍເປົ້າໝາຍຮັບປະກັນຜົນປະໂຫຍດສູງສຸດຂອງປະເທດຊາດ, ຫວຽດນາມໄດ້ຍາດແຍ່ງກາລະໂອກາດ, ຜ່ານຜ່າທຸກສິ່ງທ້າທາຍ, ປະຕິບັດສໍາເລັດບັນດາໜ້າທີ່ສໍາຄັນກ່ຽວກັບການພົວພັນຕ່າງປະເທດ ທີ່ກອງປະຊຸມໃຫຍ່ ຊຸຸດທີ 12 ຂອງພັກ ໄດ້ວາງອອກ,  ພິເສດແມ່ນສອງໝວດໜ້າທີ່ໃຫຍ່ ເຊິ່ງທ່ານເລຂາທິການໃຫຍ່ ໄດ້ໃຫ້ຄໍາຊີ້ນໍາຢູ່ກອງປະຊຸມ ການທູດຄັ້ງທີ 29.  ນັ້ນແມ່ນ ຍາດແຍ່ງເອົາກໍາລັງພາຍນອກຫຼາຍສຸດເທົ່າທີ່ຫຼາຍໄດ້ ເພື່ອພັດທະນາປະເທດຊາດ ແລະ ປະກອບສ່ວນຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ປົກປັກຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອການພັດທະນາ”.

ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຊີ້ແຈ້ງບັນດາຜົນງານຂອງການພົວພັນຕ່າງປະເທດສຳຄັນ ທີ່ບັນລຸໄດ້ໃນທຸກເສົາຄ້ຳ, ຂົງເຂດຂອງວຽກງານການຕ່າງປະເທດໃນ 2 ປີຜ່ານມາ, ອັນໄດ້ປະກອບສ່ວນສ້າງບັນຍາກາດເບິກບານມ່ວນຊື່ນ, ເອກອ້າງທະນົງໃຈ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຊື່ອໝັ້ນ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ທຸກຂັ້ນ, ທຸກຂະແໜງການເຂົ້າໃນການພັດທະນາຂອງປະເທດຊາດ ແລະ ການນຳພາຢ່າງຖືກຕ້ອງຂອງພັກ ແລະ ລັດ  ຫວຽດນາມ. ແຕ່ໃນສະພາບການຂອງພາກພື້ນ ແລະ ໂລກມີການຫັນປ່ຽນຢ່າງໄວວາ, ສັບສົນ ແລະ ຍາກທີ່ຄາດຄະເນໄດ້ລ່ວງໜ້ານັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຢັ້ງເນັ້ນໜັກວ່າ:

        “ພວກເຮົາບໍ່ຄວນພໍໃຈ ແລະ ຍອມຮັບບັນດາຜົນງານທີ່ບັນລຸໄດ້, ຍ້ອນວ່າ ໃນສະເພາະໜ້າ, ພວກເຮົາຍັງມີວຽກງານຫຼາຍຢ່າງທີ່ຈະຕ້ອງເຮັດ. ຂ້າພະເຈົ້າສະເໜີຕ້ອງກວດກາຢ່າງລະອຽດ, ຖອດຖອນບົດຮຽນຈາກບັນດາຜົນງານດັ່ງກ່າວ, ເພື່ອພິຈາລະນາວ່າພວກເຮົາໄດ້ພາດໂອກາດ ຫຼື ຍັງບໍ່ທັນນໍາໃຊ້ກາລະໂອກາດຢ່າງເຖິງຖອງ? ໃນການພົວພັນກັບບັນດາຄູ່ຮ່ວມມື, ພິເສດແມ່ນບັນດາປະເທດໃຫຍ່, ມີບ່ອນໃດຍັງຕິດຂັດຕ້ອງໄດ້ແກ້ໄຂ? ບັນດາຂອບເຂດການພົວພັນທີ່ລົງນາມແລ້ວນັ້ນ ສ້າງໄດ້ປະສິດທິຜົນ ທີ່ເໝາະສົມກັບຊື່ເອີ້ນ ຫຼືບໍ່. ຂໍ້ສັງເກດຂອງກອງປະຊຸມໃຫຍ່ຊຸດທີ 12 ຂອງພັກແມ່ນສະພາບການໂລກມີການຜັນແປຢ່າງໄວວາ, ຍາກທີ່ຄາດຄະເນໄດ້ລ່ວງໜ້າ ມາຮອດປະຈຸບັນມັນຍັງຮັກສາຄຸນຄ່າເໝືອນເດີມ. ຍ້ອນເຫດນັ້ນ, ຄວນຕິດຕາມການຜັນແປ, ຕີລາຄາສະພາບການໃຫ້ຖືກຕ້ອງເພື່ອຫຼີກລ້ຽງສະພາບຖືກຕົກໃນທ່າຮັບໃນທຸກສະພາບການ”

        ບົນພື້ນຖານເປີດອົກເປີດໃຈບາງທິດທາງໃຫ້ແກ່ກອງປະຊຸມການທູດນັ້ນ, ທ່ານເລຂາທິການໃຫຍ່ໄດ້ຮຽກຮ້ອງໃຫ້ຂະແໜງການທູດພິຈາລະນາ 8 ການກຳນົດທິດໃນໄລຍະຈະມາເຖິງ. ພິເສດ, ທ່ານໄດ້ເນັ້ນໜັກວຽກງານຄົ້ນຄ້ວາ ແລະ ຄາດຄະເນຍຸດທະສາດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ, ສະເໜີວ່າ:

        “ສຸມໃສ່ຕີລາຄາລະອຽດບັນດາທ່າອ່ຽງແຫ່ງການຂົນຂວາຍໃນນະໂຍບາຍ ແລະ ການພົວພັນລະຫວ່າງບັນດາປະເທດໃຫຍ່, ບັນດາປະເທດຖານບ້ານໃກ້ເຮືອນຄຽງ, ພາກພື້ນ, ບັນດາທ່າອ່ຽງດ້ານການເມືອງ, ເສດຖະກິດ ວັດທະນະທຳໃນໂລກ ແລະ ໃນພາກພື້ນ, ພິເສດແມ່ນຕໍ່ໜ້າຜົນກະທົບທທີ່ແຂງແຮງຈາກການປະຕິວັດ 4.0.”

        ສຸດທ້າຍ, ທ່ານເລຂາທິການໃຫຍ່ ກໍ່ໄດ້ໃຫ້ຄໍາຕັກເຕືອນເປັນພິເສດເຖິງວຽກງານກໍ່ສ້າງຂະແໜງ, ຮຽກຮ້ອງໃຫ້ຂະແໜງການທູດຕ້ອງສຸມໃສ່ສ້າງກົງຈັກ ແລະ ບຳລຸງສ້າງວຽກງານພະນັກງານ, ບຳລຸງສ້າງບັນດາພະນັກງານການທູດ ມີຄຸນນະທາດການເມືອງໝັ້ນແກ່ນ, ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ຖືຜົນປະໂຫຍດຂອງລະບອບແມ່ນເຂັມຊີ້ທິດໃຫ້ທຸກໆການກະທຳ.

 

ຕອບກັບ

ຂ່າວ/ບົດ​ອື່ນ