ສືບຕໍ່ມີຄຳກ່າວເຕືອນກ່ຽວກັບໄພກໍ່ການຮ້າຍໃນໂອກາດ EURO 2016

ສືບຕໍ່ມີຄຳກ່າວເຕືອນກ່ຽວກັບໄພກໍ່ການຮ້າຍໃນໂອກາດ EURO 2016 - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 14/05, ຜູ້​ອຳ​ນວຍ​ການ​ອົງ​ການ​ຕຳ​ຫຼວດ​ເອີ​ລົບ Rob Wainwright ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ໄພ​ເກີດ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ ໃນ​ຮອບ​ເວ​ລາ​ດຳ​ເນີນ​ການແຂ່ງ​ຂັນ​ບານ​ເຕະ​ຮອບ​ຊິ​ງ​ສະ​ລະ​ເລີດ ເອີ​ລົບ 2016 (EURO 2016) ໃນ​ລະ​ດູ​ແລ້ງ​​ທີ່​ຈະ​ມາ​ເຖິງ​ຢູ່​ຝ​ລັ່ງ. ຕາມ​ທ່ານ Rob Wainwright, ເຫດ​ການ EURO 2016 ອາດ​ຈະ​ກາຍ​ເປັນ​ເປົ້າ​ໝາຍ​ຂອງ​ພວກກໍ່​ການ​ຮ້າຍ ຍ້ອນ​ບັນ​ດາ​ກຸ່​ມ​ຫົວ​ຮຸນ​ແຮງ​ພວມ​ມີ​ທ່າ​ອ່ຽງ​ເລືອກ​ບັນ​ດາ​ສະ​ຖານ​ທີ່​ຄື: ຮ້ານ​ກາ​ເຟ, ຮ້ານ​ອາ​ຫານ, ໂຮງ​ລະ​ຄອນ.. ເພື່ອ​ບຸກ​ໂຈມ​ຕີ. ທ່ານ Rob Wainwright ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເອີ​ລົບ ສ້າງ​ຖານ​ຂໍ້​ມູນ​ລວມເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ເຫດກໍ່​ການ​ຮ້າຍ ​ໂດຍ​ບັນ​ດາ​​ພວກ​ຫົວ​ຮຸນ​ແຮງ​ຈ​າກ​ຕ່າງ​ປະ​ເທດ​ກັບ​ເມືອ​ເອີ​ລົບ ປະ​ຕິ​ບັດ.

ຂ່າວ/ບົດ​ອື່ນ