(VOVWORLD) - ວຽກງານເຊີດຊູພາສາ ຫວຽດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ລຸລ່ວງຂອງພັກ ແລະ ລັດຫວຽດນາມ
(ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ)
|
ຕອນເຊົ້າວັນທີ 08 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດ ກອງປະຊຸມສຳມະນາສະຫຼຸບການຜັນຂະຫຍາຍແຜນການ ວັນເຊີດຊູພາສາ ຫວຽດນາມ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດປີ 2023.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງ ເລທິທູຮັ່ງ, ຮອງລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ຖືວ່າ: ພ້ອມກັບກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳຂອງຊາດ, ວຽກງານເຊີດຊູພາສາ ຫວຽດ ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍ, ລຸລ່ວງຂອງພັກ ແລະ ລັດຫວຽດນາມ:
“ການເຄື່ອນໄຫວເຊີດຊູພາສາ ຫວຽດ ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດດ້ວຍຂອບເຂດເປີດກ້ວາງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍ່ຄືການຮ່ວມແຮງຮ່ວມໃຈ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງບັນດາກະຊວງ, ຂະແໜງການ, ໝູ່ຄະນະ, ວິສາຫະກິດ, ພິເສດແມ່ນພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ..., ກາຍເປັນເຫດການດຶງດູດປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ສ້າງການແຜ່ຂະຫຍາຍບັນດາຄຸນຄ່າທີ່ສວຍງາມຂອງພາສາ ແລະ ວັດທະນະທໍາຂອງຊາດ.”
ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນຖືກວ່າ, ຕ້ອງສືບຕໍ່ສ້າງສະພາບແວດລ້ອມແຫ່ງການຮຽນຮູ້ທີ່ດຶງດູດໃຈ, ມີເນື້ອໃນ ແລະ ຮູບແບບອຸດົມສົມບູນ, ຫັນເປັນຫຼາຍຮູບຫຼາຍແບບ, ປ່ຽນແປງໃໝ່ບັນດາຫຼັກສຸດການສອນພາສາ ຫວຽດ; ຍົກສູງຄຸນນະພາບຖັນແຖວຄູອາຈານ, ວິທີສິດສອນ, ບຳລຸງສ້າງການຮຽນ-ການສອນພາສາຫວຽດ ເພື່ອຊຸກຍູ້ບັນດາການເຄື່ອນໄຫວສິດສອນ, ຮ່ຳຮຽນ ແລະ ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ຄວາມຕ້ອງການຢ່າງແທດຈິງຂອງປະຊາຄົມ.