ສືບຕໍ່ເສີມຂະຫຍາຍ ບົດບາດ, ອິດທິພົນຊື່ ສຽງຂອງຊາວເຜົ່າ ສ່ວນໜ້ອຍ
(ພາບ: vov.vn)
(vovworld)- ກ່າວຄຳເຫັນທີ່ການຕ້ອນຮັບຄະນະຜູ້ແທນພະນັກງານຂັ້ນບ້ານ ຊົນເຜົ່າສ່ວນໜ້ອຍແຂວງຕວຽນກວາງ ເມື່ອຕອນບ່າຍວັນທີ 21/10 ຢູ່ຮ່າໂນ້ຍ, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ: “ບັນດາຜູ້ແທນແມ່ນຊາວເຜົ່າສ່ວນໜ້ອຍໃນແຂວງ ຈົ່ງສືບຕໍ່ເສີມຂະຫຍາຍບົດບາດ, ອິດທິພົນຊື່ສຽງຂອງຕົນໃນເຂດຊຸມຊົນ, ເປັນແບບຢ່າງນຳໜ້າປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ“. ທ່ານເລຮົ່ງແອງ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ ແລະ ປຊຊ ບັນດາເຜົ່າຂວາງຕວຽນກວາງ ຕ້ອງເພີ່ມທະວີການໂຄສະນາ, ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ ແລະ ປຊຊ, ກຳແໜ້ນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມຊື່ງ ພັກກອມມູນິດຫວຽດນາມ, ປະທານໂຮ່ຈິມິນ ແລະ ປຊຊ ໄດ້ເລືອກເຟັ້ນ.